ຜູ້ຍິງໄອຣິຊ 2.505 ຄົນແກ້ເສື້ອຜ້າ ລົງນ້ຳທຳລາຍສະຖິຕິໂລກໃໝ່

ຜູ້ຍິງ​ຊາວ​ໄອຣິຊ 2.505 ຄົນ ​ແກ້​ເສື້ອຜ້າ​ລົງ​ນ້ຳທະ​ເລ​ທີ່​ຫາດ​ສ່ວນ​ຕົວ​ແຫ່ງ​ໜຶ່ງ​ທາງ​ໃຕ້​ຂອງ​ນະຄອນຫລວງ​ດັບ​ລິນ ​ໃນ​ວັນ​ທີ 9 ມິຖຸນາ ​ເພື່ອ​ສ້າງ​ສະຖິຕິ​ໂລກ​ຫາ​ເງິນ​ຊ່ວຍ​ການ​ກຸສົນ​ໃຫ້​ອົງການ​ຕໍ່ຕ້ານ​ພະຍາດ​ມະ​ເຮັງ​ສຳລັບ​ເດັກ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ທ່ານ​ນາງ ລູ​ເຊຍ ຊິ​ນິກາກ​ລີ​ຊີ ​ເຈົ້າໜ້າ​ທີ່​ຂອງ​ກິນ​ເນສ ​ເວິລ ​ເຣດຄອດ ​ເຊິ່ງ​ເຮັດ​ໜ້າ​ທີ່​ວິນິດ​ໄສ​ເລື່ອງ​ການ​​ແກ້​​ເຄື່ອງລອຍນ້ຳ ​ເປີດ​ເຜີຍ​ວ່າ: ຜູ້ຍິງ​ຊາວ​ໄອຣິຊ 2.505 ຄົນ ​ໄດ້​ຍອມ​ແກ້​ເສື້ອຜ້າ​ລົງ​ລອຍນ້ຳ​ໂດຍ​ແຊ່​ຢູ່​ໃນ​ນ້ຳ 5 ນາທີ ຂອງ​ກິດຈະກຳ​ແກ້​​ເຄື່ອງລອຍນ້ຳທະ​ເລ​ໃຫ້​ໄດ້​ຫລາຍ​ທີ່​ສຸດ ຢູ່​ຫາດ​ແມ​ກີຣາມໍ ທາງ​​ໃຕ້​ຂອງ​ນະຄອນຫລວງ​ດັບ​ລິນ ​ໃນ​ວັນ​ທີ 9 ມິຖຸນາ ຖື​ເປັນ​ສະຖິຕິ​ໂລກ​ໃໝ່.

ສ່ວນ​ສະຖິຕິ​ເກົ່າ​ນັ້ນ​ເກີດ​ຂຶ້ນຢູ່​ລັດ​ເວສ​ເທິ​ນ ອົດ​ສະຕຣາລີ ​ໃນ​ປີ 2015 ​ເປັນ​ຜູ້​ເຂົ້າຮ່ວມ​ກິດຈະກຳ 786 ຄົນ ​ເຊິ່ງ​ແກ້​​ເຄື່ອງລອຍນ້ຳທະ​ເລ ​ເພື່ອ​ສົ່ງ​ເສີມ​ພາບ​ພົດ​ໃນ​ທາງ​ບວກ​ຂອງ​ຮູບ​ຮ່າງ ​ເຊິ່ງອຸນຫະພູມ​ນ້ຳທະ​ເລ​ໃນ​ຕອນ​ນັ້ນປະມານ 23 ອົງສາ, ​ແຕ່​ອຸນຫະພູມ​ນ້ຳທະ​ເລ​ທີ່​ຫາດ​​ແມ​ກີຣາມໍ​ປະມານ 12 ອົງສາ.

ສຳລັບ​ກິດຈະກຳ​ໃນ​ປີ​ນີ້​ຍັງ​ຈະ​ເປັນ​ການ​ລະດົມ​ທຶນ​ເ​ພື່ອຫາ​ເງິນ​ເຂົ້າອົງການ​ການ​ກຸສົນ​ຕໍ່ຕ້ານ​ພະຍາດ​ມະ​ເຮັງ​ສຳລັບ​ເດັກ​ຊື່ ອອຍ​ບີ​ອານ​ພິງ ​ໄທ ​ເຊິ່ງສ້າງຕັ້ງຂຶ້ນ​ໃນ​ປີ 2010 ​ໂດຍ​ທ່ານ ມິດ ຣອດຟອດ ​ແລະ ທ່ານ ຈິ​ມມີ ນໍ​ແມນ ຫລັງ​ການ​ເສຍ​ຊີວິດ​ຂອງ​ລູກ​ສາວ​ທ່ານ ຈິ​ມມີ ນໍ​ແມນ ​ເຊິ່ງມີ​ຊື່ວ່າ ອອຍ​ບີ​ອານ ​ເດັກ​ຍິງ​ອາຍຸ 8 ປີ​ທີ່​ເສຍ​ຊີວິດ​ຈາກ​ພະຍາດ​ມະ​ເຮັງ.