ສູນວັດທະນະທຳເດັກແຂວງວຽງຈັນ ຈັດກິດຈະກຳສະເຫລີມສະຫລອງວັນເດັກນ້ອຍສາກົນ

ໃນວັນທີ 5 ມິຖຸນານີ້, ຢູ່ທີ່ສູນວັດທະນະທຳເດັກ ແຂວງວຽງຈັນ (ສວດ) ໄດ້ ຈັດກິດຈະກຳວັນເດັກນ້ອຍສາກົນ 1 ມິຖຸນາ ຂຶ້ນດ້ວຍ ບັນຍາກາດຟົດຟື້ນໃຫ້ການ ເຂົ້າຮ່ວມຂອງ ທ່ານ ຮອງ ຫົວໜ້າພະແນກຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງວຽງຈັນ, ມີຫົວໜ້າສູນວັດທະນະທຳ ເດັກ, ຜູ້ຕາງໜ້າ, ພະແນກ ການອ້ອມຂ້າງ ແລະ ຜູ້ປົກ ຄອງ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມຢ່າງຫລວງຫລາຍ.

 

ນະຄອນຫລວງວຽງຈັນສະຫລອງວັນເດັກຢ່າງສົມຊື່

ສະຫລອງວັນເດັກໃຫ້ກຸ້ມຄ່າ2018

ໃນພິທີທ່ານ ອຳນວຍ ການສູນດັ່ງກ່າວໄດ້ຜ່ານບົດສະຫລຼຸບໃນການຮຽນການສອນຂອງສູນໃນໄລຍະຜ່ານ ມາ, ເຊິ່ງໄດ້ປະກອບສ່ວນ ສ້າງເດັກນ້ອຍແມ່ນຊັບພະຍາ ກອນມະນຸດທີ່ມີຄຸນຄ່າມະຫາ ສານຂອງຊາດທີ່ ໃຫ້ກາຍ ເປັນຜູ້ທີ່ມີຄວາມຮູ້ຄວາມ ສາມາດໃນພາຍພາກໜ້າ, ເພື່ອມາເປັນຜູ້ສຶບທອດພາ ລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດໃນອະນາຄົດ.
ສູນວັດທະນະທຳເດັກ ແຂວງວຽງຈັນແມ່ນໄດ້ຕັ້ງໜ້າເຄື່ອນໄຫວສຶກສາອົບ ຮົມເດັກແບບນອກລະບົບ ໃນວັນເສົາ ແລະ ວັນອາທິດ ມີການຝຶກແອບບັນດາກິດ ຈະກຳຕ່າງໆ, ເປັນຕົ້ນແມ່ນ ກິດຈະກຳສົ່ງເສີມການອ່ານ, ການຂຽນ, ມາລະຍາດທາງ ສັງຄົມ, ສຸຂະສຶກສາສິ່ງແວດ ລ້ອມ, ການປະດິດສີມື, ການ ຟ້ອນ, ຂັບລຳ, ຮ້ອງເພັງ, ເສບດົນຕຼີພື້ນເມືອງລາວ, ການສະແດງລະຄອນ, ການ ແຕ້ມຮູບ ແລະ ສອນການຈັດ ລາຍການເພື່ອເປັນໂຄສົກ ວິທະຍຸໃນລາຍການເປີດໃຈ ໄວໜຸ່ມຕື່ມອີກ.

ນອກນີ້ທາງສູນຍັງໄດ້ ອອກສະແດງຮັບໃຊ້ງານ ສຳຄັນຕ່າງໆ ໃນແຂວງວຽງ ຈັນຈັດຂຶ້ນເຊັ່ນ: ງານວັນເດັກ ນ້ອຍສາກົນ, ງານກອງປະ ຊຸມໃຫຍ່ຂອງແຂວງ, ຂອງ ເມືອງ ແລະ ອື່ນໆ./.