ຢູຟາ ເພີ່ມເງິນລາງວັນຖ້ວຍເອີຣົບລະດູການໜ້າ

ສະຫະພັນບານເຕະເອີຣົບ (ຢູຟາ) ປະກາດວ່າ ລາຍໄດ້ຂອງແຕ່ລະສະໂມສອນສຳລັບການລົງແຂ່ງຂັນຢູຟາ ແຊມປ້ຽນ ລີກ, ຢູໂຣປາ ລີກ ແລະ ຢູຟາ ຊູເປີ ຄັບ ໃນລະດູການໜ້າຈະເພີ່ມຂຶ້ນກວ່າ 50% ເມື່ອທຽບໃສ່ລະດູການຜ່ານມາ ເປັນຜົນຈາກເງິນລິຂະສິດຖ່າຍທອດສົດ ແລະ ການເຮັດທຸລະກິດ ເຊິ່ງເຮັດໃຫ້ມີລາຍຮັບເພີ່ມຂຶ້ນມະຫາສານ.
ລະດູການ 2018-19 ຄາດວ່າລາຍໄດ້ຈາກການແຂ່ງຂັນບານເຕະເອີຣົບຈະໄດ້ປະມານ 2,85 ພັນລ້ານປອນ ຫລາຍກວ່າປີຜ່ານມາເກືອບ 800 ລ້ານປອນ, ເຖິງວ່າຕ້ອງມີການຫັກຕົ້ນທຶນດຳເນີນ 457 ລ້ານປອນ ແຕ່ການເຂົ້າຮອບແບ່ງກຸ່ມແຊມປ້ຽນລີກ ຢືນຢັນເງິນລາງວັນແລ້ວ 13,35 ລ້ານປອນ, ມາຈາກຊະນະຕໍ່ນັດຈະໄດ້ 2,36 ລ້ານປອນ ແລະ 8 ແສນປອນ ສຳລັບຜົນສະເໝີ.
ສ່ວນຖ້ວຍຢູໂຣປາ ລີກ ຈະໄດ້ສ່ວນແບ່ງລວມ 490 ລ້ານປອນ ເພີ່ມຂຶ້ນຈາກ 350 ລ້ານປອນ ໃນລະດູການຜ່ານມາ. ຂະນະທີ່ ຣີລ ມາດຣິດ ແລະ ແອດຕິໂກ ມາດຣິດ ຈະໄດ້ທີມລະ 3,06 ລ້ານປອນ ໃນການລົງຫລິ້ນຖ້ວຍຊູເປີ ຄັບ ທີມທີ່ຊະນະໄດ້ພິເສດອີກ 870.000 ປອນ.

