ຂັນແຊ້ມບານໂລກເຖິງເມືອງເຊັນປີເຕີສະເບີກ ຈີວແບໂຕ້ ຊິວວາ ຮ່ວມສ້າງສີສັນ

ທ້າຍອາທິດຜ່ານມາ FIFA World Cup Trophy ຫລື ຂັນແຊ້ມບານໂລກ ໄດ້ເດີນທາງເຖິງເມືອງເຊັນປີເຕີສະເບີກ (St. Petersburg) 1 ໃນ 11 ເມືອງເຈົ້າພາບບານໂລກ 2018 ທີ່ຣັດເຊຍ ໂດຍໄດ້ຮັບການຕ້ອນຮັບຈາກການນຳຂອງເມືອງ ພ້ອມດ້ວຍມວນຊົນແຟນບານ, ຜູ້ໃຫ້ການສະໜັບສະໜູນ ແລະ ຈີວແບໂຕ້ ຊິວວາ (Gilberto Silva) ອະດີດກອງກາງສະໂມສອນອາເຊນອລ ແລະ ທີມຊາດເບຣຊິນ ຊຸດແຊ້ມໂລກ 2002 ເປັນທູດກິລາ ຍໍຂັນແຊ້ມບານໂລກ ຮ່ວມສ້າງສີສັນ. ນອກຈາກນນີ້ ຍັງມີ ມາຣໂກ ມາເຕຣາສຊີ້ (Marco Materazzi) ອະດີດກອງຫລັງທີມຊາດອີຕາລີ ຊຸດແຊ້ມໂລກ 2006 ແລະ ຊາຣາ (Zara) ນັກຮ້ອງຊື່ດັງຊາວຣັດເຊຍເຂົ້າຮ່ວມ.

ຂັນແຊ້ມຫນ່ວຍນີ້ຈະຢູເມືອງເຊັນປີເຕີສະເບີກຈົນໄປເຖິງວັນທີ 2 ມິຖຸນາ 2018 ກ່ອນນຳໄປນະຄອນຫລວງມົດສະກູ (Moscow) ຈຸດໝາຍປາຍທາງສຸດທ້າຍໃນການແຫ່ຂະບວນຢ້ຽມຢາມເມືອງສຳຄັນຕ່າງໆໃນຣັດເຊຍ ເຈົ້າພາບບານໂລກ 2018.

ຜ່ານມາຂັນແຊ້ມບານໂລກໄດ້ຢ້ຽມຢາມ 16 ເມືອງສຳຄັນໃນຣັດເຊຍ ແລະ 91 ເມືອງໃນ 51 ປະເທດທົ່ວໂລກ.

ບານໂລກ 2018 ເຫລືອອີກ 15  ວັນ ຈະໄຂຂຶ້ນເປັນທາງການໃນວັນທີ 14 ມິຖຸນາ ຫາວັນທີ 15 ກໍລະກົດ 2018.