ເວນເກີ ກ່າວອຳລາ ອາເຊນອລ ທີ່ຮ່ວມກັນມາ 22 ປີ

ເຖິງວ່າຜົນງານຈະບໍ່ຄ່ອຍດີໃນລະດູການນີ້, ແຕ່ທຸກຄົນກໍມີໄລຍະຂາລົງເຊັ່ນກັນ ແລະ ມີຄວາມຜູກພັນອັນເລິກເຊິ່ງ ຈົນເຮັດໃຫ້ແຟນບານນ້ຳຕາຊຶມໄປຕາມໆກັນ ເມື່ອ ອາແຊນ ເວນເກີ ຜູ້ຈັດການທີມຂອງ ອາເຊນອລ ກ່າວອຳລາທີມຢ່າງເປັນທາງການ ຫລັງຮ່ວມງານກັນມາຕະຫລອດ 22 ປີ.

ເວນເກີ ກ່າວຫລັງພາ ອາເຊນອລ ເປີດບ້ານຖະຫລົ່ມ ເບີນລີ 5-0 ໃນການແຂ່ງຂັນ ພຣີເມຍລີກ ອັງກິດ ໃນວັນທີ 6 ພຶດສະພາວ່າ: ກ່ອນອື່ນຂ້ອຍຂໍໃຫ້ ອາເລັກ ເຟີກູສັນ ດີຂຶ້ນໃນໄວໆ, ຂໍຂອບໃຈແຟນບານທີ່ຢູ່ກັບຂ້ອຍມາເປັນເວລາດົນນານ ແລະ ເໜືອສິ່ງອື່ນໃດ ຂ້ອຍກໍຄືພວກເຈົາ ເພາະຂ້ອຍກໍເປັນແຟນບານຂອງ ອາເຊນອລ, ແຕ່ມັນເປັນວິຖີທາງຂອງຊີວິດ ພວກເຮົາຮັກສາບານເຕະທີ່ສວຍງາມເອົາໄວ້ ແລະ ມັນເປັນສິ່ງໜຶ່ງທີ່ພວກເຮົາຕ້ອງຄົງຢູ່ໄວ້ໃຫ້ໄດ້.
ສຳລັບ ເວນເກີ ຍັງເຫລືອການແຂ່ງຂັນອີກ 2 ນັດທີ່ຈະພາ ອາເຊນອລ ເປີດບ້ານຮັບການມາຢາມຂອງ ເລສເຕີ ຊິຕີ້ ແລະ ຮັນເດີຟິລ ທາວ ໃນທ້າຍອາທິດນີ້.

