ປະທານປະເທດຢ້ຽມຢາມບ້ານທຸກຍາກຢູ່ເມືອງຈຳພອນ

ໃນວັນທີ 27 ພຶດສະພາຜ່ານມານີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ລົງຢ້ຽມຢາມ ແລະ ພົບປະປະຊາຊົນຜູ້ທຸກຍາກຈຳນວນ 27 ຄອບຄົວ ຢູ່ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງການນຳເມືອງ ແລະ ປະຊາຊົນບ້ານດັ່ງກ່າວ ເຊິ່ງເປັນບ້ານທຸກຍາກທີ່ໄດ້ຮັບການຊ່ວຍເຫລືອຂອງນັກທຸລະກິດບໍລິສັດອຸດົມຊັບແຮ່ຊາຍ, ອຸດົມຊັບກໍ່ສ້າງ ແລະ ໂຮງງານຜະລິດນ້ຳກ້ອນ ແລະ ນ້ຳດື່ມປາໂລມາຄຳ ເພື່ອສ້າງອາຊີບ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນບ້ານດັ່ງກ່າວມາແຕ່ປີ 2015 ເຊິ່ງໄດ້ໃຊ້ຊັບງົບປະມານຂອງບໍລິສັດ 6 ຕື້ກວ່າກີບ ຊ່ວຍປະຊາຊົນຜູ້ທຸກຍາກ ແລະ ຂໍທານເຫລົ່ານັ້ນຫັນມາເຮັດອາຊີບທີ່ໝັ້ນຄົງ. ປັດຈຸບັນນີ້ ທັງ 27 ຄອບຄົວໄດ້ປະຖິ້ມອາຊີບຂໍທານມາປູກຝັງ-ລ້ຽງສັດສົ່ງຂາຍຕະຫລາດ. ພ້ອມນັ້ນ ບໍລິສັດດັ່ງກ່າວຍັງໄດ້ຊ່ວຍບຸກເບີກເນື້ອທີ່ການຜະລິດ, ສ້າງເຮືອນ, ສ້າງໂຮງຮຽນ ແລະ ອື່ນໆໃຫ້ເຂົາເຈົ້າມີເງື່ອນໄຂພັດທະນາຕົນເອງ.
ໃນໂອກາດນີ້, ທ່ານປະທານປະເທດ ໄດ້ໃຫ້ກຽດໂອ້ລົມໃຫ້ທິດຊີ້ນຳອຳນາດການປົກຄອງເມືອງ ສືບຕໍ່ສົມທົບກັບບໍລິສັດທີ່ໃກ້ຄຽງເຂົ້າຊ່ວຍເຫລືອຕື່ມອີກ ເພາະວ່າໃນປັດຈຸບັນຢູ່ເຂດດັ່ງກ່າວກຳລັງເກີດໜໍ່ແໜງໃຫ້ປະຊາຊົນຮູ້ການປູກຝັງ, ລ້ຽງສັດ ເພື່ອຮັບປະກັນໃຫ້ເຂົາເຈົ້າກຸ້ມກິນ ແລະ ມີຊີວິດການເປັນຢູ່ດີຂຶ້ນ.

