ຕີລາຄາຄືນວຽກງານເຊົ່າສິນເຊື່ອ ແລະ ໂຮງຊວດຈໍາ

ອາທິດຜ່ານມານີ້, ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໂຮງຊວດຈໍາ ແລະ ເຊົ່າສິນເຊື່ອປະຈໍາປີ 2017 ຂຶ້ນທີ່ສູນຮ່ວມມື ແລະ ຝຶກອົບຮົມແຫ່ງຊາດ, ໂດຍການເປັນປະທານຂອງຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ (ທຫລ) ພ້ອມນີ້ກໍມີຄະນະກົມ, ບັນດາເຈົ້າເມືອງ-ຮອງເຈົ້າເມືອງ, ນາຍບ້ານ ແລະ ຜູ້ຕາງໜ້າຈາກໂຮງຊວດຈໍາ ແລະ ບໍລິສັດເຊົ່າສິນເຊື່ອຕ່າງໆໃນນະຄອນຫລວງວຽງຈັນ ເຂົ້າຮ່ວມເປັນຈໍານວນຫລາຍ.
ກອງປະຊຸມໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງເຄື່ອນໄຫວຂອງວຽກງານດັ່ງກ່າວໃນໄລຍະໜຶ່ງປີຜ່ານມາ, ຊຶ່ງມີທັງຜົນສໍາເລັດ ແລະ ບາງບັນຫາທີ່ຈະຕ້ອງໄດ້ປັບປຸງເຮັດໃຫ້ຜູ້ຄຸ້ມຄອງ ແລະ ຜູ້ຖືກຄຸ້ມຄອງ ມີຄວາມກົມກຽວໃນການປະສານງານ ເຊັ່ນ: ແນວທາງນະໂຍບາຍຂອງທະນາຄານແຫ່ງ ສປປ ລາວ ຕໍ່ສະຖາບັນການເງິນ ແລະ ຜູ້ປະກອບການ ເພື່ອໃຫ້ສະຖາບັນການເງິນຕ້ອງສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າສາມາດເຂົ້າເຖິງການບໍລິການທາງການເງິນ ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກ, ພ້ອມທັງກວດຄືນຂະບວນການບໍລິຫານຈັດການມີປະສິດທິພາບ ແລະ ປະສິດທິຜົນແລ້ວບໍ? ແລະ ໄດ້ຮັບຄວາມເຊື່ອຖືທາງດ້ານການເງິນ, ດ້ານລະບຽບກົດຫມາຍ, ມີຄວາມໂປ່ງໃສທ່ຽງທໍາແລ້ວບໍ? ເພື່ອແນໃສ່ພັດທະນາ ແລະ ສົ່ງເສີມບໍລິສັດເຊົ່າສິນເຊື່ອ ແລະ ໂຮງຊວດຈໍາເຄື່ອນໄຫວສອດຄ່ອງກັບລະບຽບຫລັກການຂອງ ທຫລ ວາງອອກ.
ຮອງຫົວໜ້າກົມດັ່ງກ່າວ ໃຫ້ຮູ້ວ່າ: ທຸລະກິດເຊົ່າສິນເຊື່ອ ແລະ ໂຮງຊວດຈໍາ ເປັນວຽກງານໜຶ່ງຂອງຂະແໜງການເງິນທີ່ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນເປັນພິເສດ, ໂດຍໄດ້ວາງນະໂຍບາຍສະເພາະແນໃສ່ສ້າງເງື່ອນໄຂທີ່ເອື້ອອໍານວຍໃນດ້ານຕ່າງໆ, ເພື່ອໃຫ້ເຂົາເຈົ້າສາມາດດໍາເນີນທຸລະກິດຂອງຕົນດີຂຶ້ນ, ຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການສີນເຊື່ອດັ່ງກ່າວໄດ້ທົ່ວເຖິງ ແລະ ກວ້າງຂວາງ.

