ລາຍຮັບປະຈຳປີ 2021 ປະຕິບັດໄດ້ທັງໝົດ 24.099 ຕື້ກີບເທົ່າກັບ 87% ຂອງແຜນປີ

ວັນທີ 13 ທັນວາ 2021 ນີ້, ກະຊວງການເງິນ, ໄດ້ເປີດກອງປະຊຸມສະຫຼຸບວຽກງານການເງິນທົ່ວປະເທດ ປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022 (ຜ່ານກອງປະຊຸມທາງໄກ).
ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານ ງານພັກ, ລັດຖະມົນຕີກະຊວງການເງິນ, ມີບັນດາລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງອ້ອມຂ້າງສູນກາງ, ເຈົ້າຄອງນະຄອນຫຼວງ, ບັນດາເຈົ້າແຂວງ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ, ພະນັກງານນໍາພາຫຼັກແຫຼ່ງຂອງກະຊວງການເງິນ, ຫົວໜ້າພະແນກການເງິນນະຄອນຫຼວງ, ບັນດາແຂວງ ແລະ ຂະແໜງການສາຍຕັ້ງປະຈຳຢູ່ທ້ອງຖິ່ນເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈຳປີ 2021 ມີທັງອັນພົ້ນເດັ່ນ ແລະ ສິ່ງທ້າທ້າຍເປັນຕົ້ນ: ການຍົກລະດັບການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນເປັນວາລະແຫ່ງຊາດ, ພ້ອມທັງສຸມໃສ່ປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕັ້ງໜ້າ, ເພື່ອຮັບປະກັນຊີວິດ ແລະ ສຸຂະພາບຂອງປະຊາຊົນກໍຄືແກ້ໄຂຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ, ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງໄວ້ໄດ້ຢ່າງໜັກແໜ້ນ, ການພັດທະນາເສດຖະກິດ-ສັງຄົມສືບຕໍ່ດຳເນີນໄປຢ່າງຕໍ່ເນື່ອງ, ອັດຕາການເຕີບໂຕຂອງ GDP ຂະຫຍາຍໂຕໃນລະດັບ 2,8%. ພ້ອມນັ້ນ, ກໍເຫັນໄດ້ຈະແຈ້ງບັນຫາຂໍ້ຄົງຄ້າງທີ່ຕ້ອງສຸມໃສ່ແກ້ໄຂຢ່າງເອົາຈິງເອົາຈັງ ແລະ ເປັນລະບົບຄືອັດຕາແລກປ່ຽນສະກຸນເງິນຕ່າງໆອັດຕາເງິນເຟີ້, ຄ່າຄອງຊີບບັນຫາໜີ້ສິນສາທາລະນະການເກັບລາຍຮັບເຂົ້າງົບປະມານ, ການຄຸ້ມຄອງ-ຈັດຫາວຽກເຮັດງານທຳ, ການຊຸກຍູ້ສົ່ງ ເສີມການຜະລິດໃຫ້ບັນລຸຕາມຄາດໝາຍວາງໄວ້.
ປັດຈຸບັນສະພາແຫ່ງຊາດ ແລະ ລັດຖະບານໄດ້ພິຈາລະນາຮັບຮອງຍົກເອົາບັນຫາແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂຶ້ນເປັນວາລະແຫ່ງຊາດກໍໝາຍຄວາມວ່າບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ແມ່ນບັນຫາທີ່ສະສົມມາຢ່າງຍາວນານທີ່ບໍທັນໄດ້ຖືກແກ້ໄຂເປັນຕົ້ນ:ບັນ ຫາໜີ້ສິນສາທາລະນະພາຍໃນ ແລະ ຕ່າງປະເທດໜັກໜ່ວງເກີນຄວາມສາມາດທີ່ຈະແກ້ໄຂໄດ້ໃນໄລຍະສັ້ນ, ການລະເມີດວິໄນແຜນການ-ການເງິນ, ບັນດາການຂຸດຄົ້ນທຸກແຫຼ່ງລາຍຮັບທີ່ບົ່ມຊ້ອນ, ເພື່ອສ້າງລາຍຮັບພາຍໃນໃຫ້ເພີ່ມຂຶ້ນຕາມທ່າແຮງທີ່ມີ ແລະ ສະພາບການຮົ່ວໄຫຼການເກັບລາຍຮັບຍັງເປັນບັນຫາເກີດຂຶ້ນຢ່າງແຜ່ລາມ, ການຂາດດຸນງົບປະມານຢ່າງໜັກໜ່ວງການລະດົມທຶນເພື່ອການພັດທະນາ ແລະ ເພື່ອດຸ່ນດ່ຽງງົບປະມານນັ້ນຄືປັນຫາພື້ນຖານທີ່ເຫັນວ່າໝົດທຸກພາກສ່ວນສູນກາງ ທ້ອງຖິ່ນທົ່ວສັງຄົມຕ້ອງໄດ້ເຂົ້າຮ່ວມຕາມພາລະບົດບາດ, ເພື່ອໃຫ້ການແກ້ໄຂບັນຫາໃຫ້ມີສ່ວນຮ່ວມຂອງທຸກພາກສ່ວນເສດຖະກິດ-ສັງຄົມ.
ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການສະເໜີບາງບັນຫາທີ່ຄວນເອົາໃຈໃສ່, ເພື່ອພ້ອມກັນຕີລາຄາສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2021, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2021 ແລະ ທິດທາງແຜນການປີ 2022 ເປັນຕົ້ນ: ການຂຸດຄົ້ນທ່າແຮງບົ່ມຊ້ອນທີ່ເກັບເຂົ້າງົບປະມານແຫ່ງລັດຢ່າງພາວະວິໄສ, ຕີລາຄາບັນຫາທີ່ຕ້ອງຕັດສິນໃຈເດັດຂາດແກ້ໄຂ, ເພື່ອຂຸດຄົ້ນທຸກທ່າແຮງບົ່ມຊ້ອນໃຫ້ເພີ່ມຂຶ້ນຢ່າງຈະແຈ້ງ ແລະ ຊັດເຈນ, ພ້ອມກັນຄົ້ນຄວ້າ 14 ມາດຕະການທ້າຍປີ 2021 ແລະ 8 ມາດຕະການປີ 2022 ໃນການຄຸ້ມຄອງລາຍຮັບຕ້ານການຮົ່ວໄຫຼ, ຂຸດຄົ້ນທຸກທ່າແຮງບົ່ມຊ້ອມເຂົ້າງົບປະມານ ແລະ ນິຕິກຳຫຼາຍສະບັບທີ່ຈະສືບຕໍ່ປະກາດໃຊ້ໃນປີ 2022.
ສຳລັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2021 ອີງຕາມການລາຍງານຂອງທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມມະຕິຂອງສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາແຜນງົບປະມານແຫ່ງລັດປະຈໍາປີ 2021 ສະບັບເລກທີ 13/ສພຊ, ລົງວັນທີ 04 ພະຈິກ 2020, ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດນັບແຕ່ວັນທີ 01 ມັງກອນຮອດວັນທີ 10 ທັນວາ 2021, ສາມາດປະຕິບັດລາຍຮັບໄດ້ທັງໝົດ 24.099 ຕື້ກີບເທົ່າກັບ 87% ຂອງແຜນປີ. ໃນນັ້ນ, ລາຍຮັບພາຍໃນ 21.491 ຕື້ກີບ ເທົ່າກັບ 85% ຂອງແຜນການປີ ແລະ ສ່ວນລາຍຮັບຈາກການຊ່ວຍເຫຼືອລ້າປະຕິບັດໄດ້ 2.607 ຕື້ກີບເທົ່າກັບ 108% ຂອງແຜນປີ; ສ່ວນຄາດຄະເນລາຍຮັບໝົດປີຈະສາມາດປະຕິບັດໄດ້ 26.957 ຕື້ກີບເທົ່າກັບ 98% ຂອງແຜນປີ.
ດ້ານລາຍຈ່າຍແມ່ນບໍ່ເກີນແຜນທີ່ສະພາແຫ່ງຊາດຮັບຮອງ ໂດຍຮັບປະກັນບັນດາລາຍຈ່າຍທີ່ຈໍາເປັນ ແລະ ບູລິມະສິດຂອງລັດຖະບານໃຫ້ສາມາດເຄື່ອນໄຫວໄດ້ເປັນປົກກະຕິ. ສ່ວນການຂາດດູນແມ່ນບົນພື້ນຖານການຄາດຄະເນລາຍຮັບຈະບໍ່ໄດ້ 2% ຫຼື ປະມານ 670 ຕື້ກີບ. ແຕ່ເຖິງຢ່າງໃດກໍຕາມການເກັບລາຍຮັບເຫັນວ່າຍັງເປັນສິ່ງທ້າຍ ອີງໃສ່ໄລຍະເວລາທີ່ຍັງເຫຼືອແຕ່ນີ້ເຖິງທ້າຍປີຈະສູ້ຊົນເກັບລາຍຮັບຕື່ມ 2.542 ຕື້ກີບ ຫຼື 11%. ສະນັ້ນ, ຈະຕ້ອງໄດ້ສຸມໃສ່ປະຕິບັດບາງມາດຕະການຕົ້ນຕໍເພື່ອສູ້ຊົນເກັບລາຍຮັບໃຫ້ບັນລຸຕາມຄາດໝາຍ.

