ສາທາ​ເປີດ​ສາຍ​ດ່ວນ 166 ​ໃຫ້​ຄຳ​ປຶກສາ​ພະຍາດ​ໄຂ້ຍຸງ

ກະຊວງ ສາທາລະນະ​ສຸກ ​ໃຫ້​ຮູ້​ວ່າ: ປັດຈຸບັນ ​ໄດ້​ເປີດ​ສາຍ​ດ່ວນ 166 ສຳລັບ​ໃຫ້​ບໍລິການ​ປະຊາຊົນ​ໃນ​ການ​ປຶກສາ​ພະຍາດ​ໄຂ້ຍຸງ ​ແລະ ​ອື່ນໆ ​ເພື່ອ​ສະກັດ​ກັ້ນ ການລະບາດພະຍາດ​ດັ່ງກ່າວ​ໃຫ້​ລຸດລົງ. ສະ​ເພາະ​ໃນ​ປີຜ່ານ​ມາ, ທົ່ວ​ປະ​ເທດ​ມີ​ຜູ້​ຕິດ​ເຊື້ອພະຍາດ​ໄຂ​ຍຸງ ຫລາຍ​ກວ່າ 11.00 ກໍລະນີ, ມີ​ຜູ້ເສຍຊີວິດ 14 ຄົນ, ທຽບ​ໃສ່​ປີ 2016 ​ແມ່ນ​ມີ​ຈຳນວນ​ເພີ່ມ​ຂຶ້ນຫລາຍ.

ທ່ານ ດຣ. ອ່ອນຈັນ ແກ້ວສະຫວັນ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ (ສວລ) ກະຊວງສາທາລະນະສຸກ ​ໃຫ້​ຮູ້​ວ່າ: ພຽງ 4 ເດືອນຕົ້ນປີນີ້, ທົ່ວ​ປະ​ເທດມີຈໍານວນຜູ້ຕິດເຊື້ອ​ໄຂ້​ເລືອດ​ອອກ​​ແລ້ວເກືອບ 500 ກໍລະນີ​ ແລະ ມີຜູ້ເສຍຊີວິດ 1 ຄົນ. ໃນນັ້ນ, ແຂວງອັດຕະປື ມີຕົວເລກຜູ້ຕິດ​ເຊື້ອ 257 ກໍລະນີ ​ແລະ ເສຍຊີວິດ 1 ຄົນ, ຮອງລົງມາແມ່ນນະຄອນຫລວງວຽງຈັນມີ 54 ກໍລະນີ, ຈຳປາສັກ 53 ກໍລະນີ ແລະ ແຂວງອື່ນໆອີກຈໍານວນໜຶ່ງ.

​ແນວ​ໃດ​ກໍ​ຕາມ ​ເພື່ອ​ສະກັດ​ກັ້ນ​ບັນຫາ​ດັ່ງກ່າວ ສູນວິເຄາະ ແລະ ລະບາດວິທະຍາ ( ສວລ ) ແມ່ນການຈັດຕັ້ງດ້ານວິຊາການຂອງກະຊວງສາທາລະນະສຸກ ພາຍໃຕ້ການຄຸ້ມຄອງມະຫາພາກຂອງກົມຄວບຄຸມພະຍາດຕິດຕໍ່ ​ໄດ້​ເປີດ​ສາຍ​ດ່ວນ 166 ​ເພື່ອ​ໃຫ້​ຄຳ​ປຶກສາ​ແກ່​ປະຊາຊົນ​ໃນ​ການ​ສະກັດ​ກັ້ນ ​ແລະ ປ້ອງ​ກັນ​ພະຍາດ​ໄຂ້ຍຸງ ​ແລະ ພະຍາດ​ອື່ນໆ. ​ເພື່ອເສີມສ້າງຄວາມ​ເຂັ້ມ​ແຂງ​ຂອງວຽກງານສາທາລະນະສຸກໃນ ສປປ ລາວ, ຮັບປະກັນ ທາງດ້ານຄຸນນະພາບໃນການບໍລິການ, ການເຝົ້າລະວັງ, ໂຕ້ຕອບພະຍາດລະບາດຢ່າງມີປະສິດທິພາບຄື: ໃນໄລຍະລະດູຝົນນີ້ ພະຍາດທີ່ມັກລະບາດກໍ່ແມ່ນໄຂ້ຍຸງລາຍ ເຊິ່ງຫາກທ່ານໃດຄິດວ່າມີ ຄວາມສ່ຽງເປັນໄຂ້ຍຸງລາຍ ເວລາໄປກວດຢູ່ໂຮງໝໍ ຫຼື ຄລີນິກຈະຕ້ອງໄດ້ກວດ 3 ພະຍາດ ຄື: ພະຍາດໄຂ້ຍຸງລາຍ, ພະຍາດຈີກູນຄຸ້ນຢາ ແລະ ພະຍາດຊິກ້າ ຮ່ວມນຳ, ເນື່ອງຈາກທັງ 3 ພະຍາດນີ້ແມ່ນມີຍຸງເປັນພາຫະນຳເຊື້ອພະຍາດຈາກ​ຄົນ​ສູ່​ຄົນ.