ແຂວງຫົວພັນ ຕົກລົງໃຫ້ບໍລິສັດເອກະຊົນລົງທຶນໂທລະພາບມີສາຍເປັນໄລຍະ 15 ປີ

ແຂວງຫົວພັນ ໄດ້ເຊັນສັນຍາວ່າດ້ວຍການລົງທຶນສ້າງຕັ້ງສະຖານີໂທລະພາບມີສາຍ (ເຄເບິນ) ຫລື IPM ແລະ ບໍລິການສົ່ງສັນຍານ ເຊິ່ງມີສຳນັກງານຕັ້ງຢູ່ບ້ານນາທອງ ເມືອງຊຳເໜືອ ແຂວງຫົວພັນ ເພື່ອເຮັດໃຫ້ຂອດການບໍລິການແຫລ່ງຂໍ້ມູນຂ່າວສານໃຫ້ສັງຄົມໄດ້ຢ່າງກວ້າງຂວາງ, ຮັບຮູ້ທຸກເຫດການທີ່ເກີດຂຶ້ນໃນໂລກ ໂດຍຜ່ານການສົ່ງສັນຍານໂທລະພາບແບບມີສາຍທີ່ມີຄວາມຊັດເຈນທາງດ້ານພາບ, ສຽງ ແລະ ສາມາດຮັບໄດ້ຫລາຍຊ່ອງທີ່ສຳຄັນຂອງໂລກ ພາຍໃຕ້ລະບຽບກົດໝາຍຂອງ ສປປ ລາວ.
ພິທີເຊັນສັນຍາດັ່ງກ່າວໄດ້ຈັດໃນທ້າຍອາທິດຜ່ານມາ ລະຫວ່າງທ່ານ ພູວົງ ສີສົມຮັກ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ຄຳສິງ ລາດດາວົງ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ທ່ານ ອານົງລັກ ແສງສຸລິຍາ ຮອງເຈົ້າເມືອງຊຳເໜືອ ແລະ ທ່ານ ພວງເພັດ ທອງພະຈັນ ອຳນວຍການວິສາຫະກິດພວງເພັດຂາຍ ແລະ ຕິດຕັ້ງຈານດາວທຽມສ່ວນບຸກຄົນ ໂດຍມີ ທ່ານ ພັນທອງ ເພັດໄຊສົມພັນ ຮອງເຈົ້າແຂວງຫົວພັນ ເຂົ້າຮ່ວມເປັນສັກຂີພິຍານ.
ວິສາຫະກິດພວງເພັດຂາຍ ແລະ ຕິດຕັ້ງຈານດາວທຽມ IPM ສ່ວນບຸກຄົນໄດ້ລົງທຶນສ້າງຕັ້ງສະຖານີ ແລະ ການໃຫ້ບໍລິການ ດ້ວຍທຶນທັງໝົດ 1,8 ຕື້ກີບ ແລະ ທຶນຈົດທະບຽນ 1,5 ຕື້ກີບ ເພື່ອເຮັດໜ້າທີ່ສົ່ງສັນຍານໂທລະພາບໃຊ້ສາຍຈຳນວນ 50 ຊ່ອງ, ໃນນັ້ນຈານດາວທຽມໄທຄົມ (C-Band) ແຕ່ຊ່ອງ 1-38, ຈານດາວທຽມຫວຽດນາມ (C-Band) ແຕ່ຊ່ອງ 39-42 ແລະ ຈາກ AsisaSat (C-Band), ພາຍຫລັງສັນຍາ 60 ວັນຈະນຳເຂົ້າອຸປະກອນຈາກປະເທດໄທ, ຕິດຕັ້ງໃຫ້ສຳເລັດພາຍໃນ 30 ວັນ ແລະ ສາມາດສົ່ງສັນຍານໄດ້ເປັນປົກກະຕິພາຍໃນ 90 ວັນ ໃນໄລຍະສຳປະທານ 15 ປີ ແລະ ສາມາດຕໍ່ໄດ້ຕາມການຕົກລົງເຫັນດີຂອງສອງຝ່າຍ.
