ຜູ້ປະກັນສັງຄົມມີສິດປ່ຽນໂຮງໝໍປະກັນຕົນໄດ້
ເມື່ອອາທິດຜ່ານມານີ້, ຜູ້ອຳນວຍການຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ (ຫກປຊ) ໄດ້ອອກແຈ້ງການເພື່ອອະນຸຍາດໃຫ້ສະມາຊິກຜູ້ປະກັນຕົນ ແລະ ລູກ-ເມຍ ສາມາດເລືອກປ່ຽນການນຳໃຊ້ບໍລິການປິ່ນປົວສຸຂະພາບຢູ່ໂຮງໝໍທີ່ເປັນຄູ່ສັນຍາຂອງຕົນໄດ້ ເພື່ອແນໃສ່ອຳນວຍຄວາມສະດວກໃຫ້ຜູ້ປະກັນຕົນໄດ້ເລືອກໃຊ້ບໍລິການທີ່ມີຄຸນນະພາບ ແລະ ມີຄວາມເພິ່ງພໍໃຈ.
ທ່ານ ປະເດີມພອນ ສົນທະນີ ຜູ້ອຳນວຍການຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ລະບຸວ່າ: ຫາກສະມາຊິກທ່ານໃດມີຄວາມປະສົງປ່ຽນໂຮງໝໍບໍລິການສຸຂະພາບໃຫ້ມາພົວພັນເອກະສານທີ່ກ່ຽວຂ້ອງໄດ້ຢູ່ ຫກປຊ ຫລື ສູນບໍລິການກອງທຶນປະກັນສັງຄົມແຂວງ ເພື່ອປະກອບແບບຟອມແຈ້ງປ່ຽນໂຮງໝໍ, ເຊິ່ງການແຈ້ງປ່ຽນນີ້ສາມາດເຮັດເປັນລາຍບຸກຄົນ ແລະ ແບບບັນຊີລາຍຊື່ຫລາຍຄົນພ້ອມກັນກໍໄດ້, ໂດຍມີການລະບຸຊື່ໂຮງໝໍທີ່ເຄີຍເລືອກຜ່ານມາ ພ້ອມທັງໂຮງໝໍເລືອກໃໝ່ຂອງແຕ່ລະຄົນແລ້ວສົ່ງໃຫ້ ຫກປຊ ແລະ ສູນບໍລິການກອງທຶນປະກັນສັງຄົມແຂວງທົ່ວປະເທດນັບແຕ່ມື້ອອກແຈ້ງການສະບັບນີ້ຄືນັບແຕ່ວັນທີ 21 ກັນຍາ-30 ພະຈິກ 2017.
ພາຍຫລັງສຳເລັດການດຳເນີນການດ້ານເອກະສານຄົບຖ້ວນແລ້ວ ຜູ້ປະກັນຕົນສາມາດໄປນຳໃຊ້ບໍລິການປິ່ນປົວສຸຂະພາບຢູ່ໂຮງໝໍທີ່ຕົນເລືອກໃໝ່ ນັບແຕ່ວັນທີ 1 ມັງກອນ 2018 ເປັນຕົ້ນໄປ. ຫາກກໍລະນີຜູ້ປະກັນຕົນເກີດເຈັບປ່ວຍກ່ອນວັນກຳນົດດັ່ງກ່າວ, ກໍສາມາດເຂົ້າບໍລິການຢູ່ໂຮງໝໍເດີມທີ່ຕົນເລືອກຜ່ານມາ ເພາະບໍ່ໃຫ້ຜູ້ປະກັນຕົນພົບຄວາມຫຍຸ້ງຍາກໃນການບໍລິການປິ່ນປົວສຸຂະພາບໄດ້ທ່ວງທັນເວລາ.

