ຍທຂ ຈະຂະຫຍາຍໂຄງລ່າງນ້ຳສະອາດ ແລະ ໂພຊະນາການ ໃນເຂດຊົນນະບົດທົ່ວປະເທດໃຫ້ສຳເລັດໃນປີ 2020

ກະຊວງໂຍທາທິການ ແລະ ຂົນສົ່ງ ຈະເລັ່ງຂະຫາຍໂຄງລ່າງນ້ຳສະອາດ ແລະ ໂພສະນາການໃນເຂດຊົນນະບົດທົ່ວປະເທດໃຫ້ສຳເລັດໃນປີ 2020, ພາຍຫລັງໄດ້ຮັບທຶນຊ່ວຍເຫລືອຈາກສະຫະພາບເອີຣົບ.
ເມື່ອບໍ່ດົນມານີ້, ກົມນ້ຳປະປາ ໄດ້ຈັດພິທີປະກາດການເລີ່ມໂຄງການຂະຫຍາຍໂຄງລ່າງນ້ຳສະອາດຂຶ້ນຢູ່ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ໂດຍການເປັນປະທານຂອງທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງດັ່ງກ່າວ ແລະ ທ່ານ ລີໂອ ຟາເບີ, ເອກະອັກຄະລັດຖະທູດຈາກສະຫະພາບເອີຣົບ ປະຈຳລາວ.
ຈຸດປະສົງຂອງໂຄງການ SUNWIP ແມ່ນເພື່ອປັບປຸງການເຂົ້າເຖິງນ້ຳທີ່ສະອາດ ແລະ ປອດໄພ ໃຫ້ແກ່ປະຊາຊົນຕະຫລອດປີ ແລະ ການສົ່ງເສີມຄວາມຮູ້ການນຳໃຊ້ໃຫ້ຖືກສຸຂະນາໄມ ແລະ ເພື່ອສຸຂະນາໄມທີ່ດີຂຶ້ນ, ຊຶ່ງສາມາດຫລຸດຜ່ອນຜົນກະທົບ ແລະ ປ້ອງກັນພະຍາດຖອກທ້ອງ, ເພີ່ມຜົນປະໂຫຍດໃຫ້ມີໂພສະນາການທີ່ດີຂຶ້ນ, ໂຄງການຈະສຸມໃສ່ 3 ໜ້າວຽກໃຫຍ່ຄື: ການພັດທະນາໂຄງລ່າງພຶ້ນຖານ, ກໍຄືການສ້າງລະບົບນ້ຳປະປາຂະໜາດນ້ອຍທີ່ຮັບປະກັນການເຂົ້າເຖິງນ້ຳທີ່ສະອາດ, ປອດໄພ ແລະ ມີພຽງພໍຕະຫລອດປີໃຫ້ແກ່ບັນດາເມືອງທີ່ທຸກຍາກ, ຈັດຕັ້ງປະຕິບັດກິດຈະກຳປູກຈິດສຳນຶກໃຫ້ກຸ່ມເປົ້າໝາຍ ແລະ ໃກ້ຄຽງເພື່ອສົ່ງເສີມການປ່ຽນແປງພຶດຕິກຳດ້ານສຸຂະນາໄມ ແລະ ໂພສະນາການໃຫ້ດີຂຶ້ນ, ສ້າງຄວາມເຂັ້ມແຂງໃຫ້ແກ່ໜ່ວຍງານຄຸ້ມຄອງ ແລະ ບຳລຸງຮັກສາລະບົບການນຳໃຊ້ນ້ຳເຊັ່ນ: ຫ້ອງການນ້ຳປະປາເມືອງທີ່ເປັນເປົ້າໝາຍຂອງໂຄງການລວມເຖິງໜ່ວຍງານຂັ້ນແຂວງ ແລະ ຂັ້ນສູນກາງ. ຊຶ່ງເປັນໂຄງການໜຶ່ງທີ່ນອນຢູ່ໃນແຜນການດຳເນີນງານ ຂອງແຜນຍຸດທະສາດແຫ່ງຊາດຂອງ ນ້ຳປະປາ, ສຸຂະພິບານ, ແລະ ແຜນຍຸດທະສາດໂພຊະນາການແຫ່ງຊາດອີກດ້ວຍ.
ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ໂຄງການນີ້ຈະມີຜົນປະໂຫຍດຢ່າງຫລວງຫລາຍ, ຫາກສາມາດຈັດຕັ້ງປະຕິບັດໄດ້ສຳເລັດ ກໍຈະປະກອບສ່ວນໃຫ້ແກ່ປະຊາຊົນໃນເຂດຊົນນະບົດສາມາດເຂົ້າເຖິງນ້ຳສະອາດ ແລະ ສຸຂະນາໄມທີ່ດີຢ່າງໜ້ອຍ 80 ພັນ ຫາ 1 ແສນຄົນ ແລະ ຍັງເປັນການປະກອບສ່ວນໃນຄາດໝາຍສູ້ຊົນຂອງ ສປປ ລາວ, ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ SDG 6, ກໍຄືຮອດປີ 2030 ປະຊາຊົນທົ່ວປະເທດຕ້ອງໄດ້ນຳໃຊ້ນ້ຳສະອາດເຖິງນ້ຳທີ່ປອດໄພ.
ທ່ານ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ໃຫ້ຮູ້ວ່າ: EU ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ມາໂດຍຕະຫລອດ, ແລະ ກໍຈະສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ເຂົ້າໃນໂຄງການຊ່ວຍເຫລືອໃໝ່, ໂດຍມີມູນຄ່າປະມານ 207 ລ້ານເອີໂຣ ເພື່ອຊ່ວນໃຫ້ ສປປ ລາວ ຫລຸດພົ້ນອອກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2020 ເຊິ່ງງົບປະມານດັ່ງກ່າວຈະນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດເປັນເວລາ 7 ປີ(2014-2020) ໃນ 3 ຂົງເຂດບູລິມະສິດຄື: ການຜະລິດກະສິກຳແບບຍືນຍົງ ແລະ ມີຄວາມປອດໄພດ້ານອາຫານ, ການປັບປຸງລະບົບການສຶກສາ, ສ້າງຄວາມເຂັ້ນແຂງການປົກຄອງທີ່ດີ, ລະບຽບ-ກົດໝາຍ ແລະ ວຽກງານສິດທິມະນຸດທີ່ກ່ຽວຂ້ອງອື່ນອີກ.

