ຄ່າທົດແທນເສຍຜູ້ຖືກຜົນກະທົບໂຄງການທາງດ່ວນວຽງຈັນ ໄຮເວ ຈະຢູ່ໃນລະດັບເຫມາະສົມ ຄາດຈະດຳເນີນກໍ່ສ້າງຕົ້ນປີ 2019.

ໃນວັນທີ 17 ກໍລະກົດ ນີ້ ຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 5 ສະພາ ນະຄອນຫລວງວຽງຈັນ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ໄດ້ຊີ້ແຈງກ່ຽວກັບຮ່າງຂໍ້ຕົກລົງເຈົ້າຄອງນະຄອນຫລວງວຽງຈັນ ວ່າດ້ວຍການກຳນົດຂອບເຂດ ແລະ ປະເມີນຫົວໜ່ວຍທົດແທນຄ່າເສຍຫາຍໃຫ້ຜູ້ຖືກຜົນກະທົບຈາກໂຄງການກໍ່ສ້າງທາງດ່ວນ ວຽງຈັນ ໄຮເວ ວ່າ: ໂຄງການກໍ່ສ້າງທາງດ່ວນ ວຽງຈັນ ໄຮເວ ເປັນໂຄງການໃຫຍ່ທີ່ສຳຄັນ ໂດຍບໍລິສັດ ນໍລິນໂກ ສປ ຈີນ ແລະ ບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ ເປັນຜູ້ລົງທຶນ ໃນຮູບແບບ BOT ມີສັນຍາສຳປະທານ 50 ປີ, ໂຄງການດັ່ງກ່າວຈະເລີ່ມແຕ່ບໍລິເວນສູນການຄ້າອາຊຽນມໍ ໄປຮອດເສັ້ນທາງທ່າງ່ອນ ຄາດວ່າຈະໃຊ້ທຶນໃນການທົດແທນເວນຄືນທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກ ຄາດວ່າຈະມີມູນຄ່າສູງເຖິງ 40 ລ້ານໂດລາສະຫະລັດ. ສຳລັບເມືອງໄຊທານີ ມີ 6 ບ້ານຄື: ບ້ານ ນາແຄ, ບ້ານ ໄຊສະຫວ່າງ, ບ້ານ ດົງສ້າງຫີນ, ບ້ານ ດອນຕິ້ວ ແລະ ບ້ານ ດົງໝາກຄາຍ, ສ່ວນເມືອງໄຊເສດຖາມີ 12 ບ້ານຄື: ບ້ານ ໂນນຄໍ້, ຮ່ອງໄກ່ແກ, ທາດຫລວງໃຕ້, ວຽງຈະເລີນ, ຫົວຂົວ, ໂນນສະຫວ່າງ, ໂນນສະຫງ່າ, ວັງ ຊາຍ, ໜອງໜ່ຽງ, ບ້ານ ຮ່ອງສຸພາບ ແລະ ບ້ານ ໂຊກໃຫຍ່. ຊຶ່ງແຜນກໍ່ສ້າງ 3 ໄລຍະ. ໄລຍະທີ 1 ແມ່ນຈະເລີ່ມແຕ່ ສູນການຄ້າອາຊຽນມໍ ຫາ ເມືອງໃໝດອກຈຳປາ ໄປຫາໜອງໜ່ຽງ ແລະ ເສັ້ນທາງ 450 ປີ ມີຄວາມຍາວ 14,01 ກິໂລແມັດ ຈະເລີ່ມກໍ່ສ້າງ ປີ 2017-2019, ໄລຍະທີ 2 ແຕ່ບ້ານ ທາດຫລວງໃຕ້ ຫາ ດົງຄຳຊ້າງ, ທ່າເດື່ອ-ທ່ານາແລ້ງ ມີຄວາມຍາວ 17,19 ກິໂລແມັດ ເລີ່ມກໍ່ສ້າງ 2020-2026 ແລະ ໄລຍະທີ 3 ດົງໝາກຄາຍ ຫາ ທ່າງ່ອນ ມີຄວາມຍາວ 11 ກ່ວາກິໂລແມັດ ແລະ ຈະເລີ່ມກໍ່ສ້າງໃນປີ 2024-2026.
ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ຍັງໃຫ້ຮູ້ວ່າ: ໂດຍອີງໃສ່ຄວາມພ້ອມ ແລະ ຈຸດພິເສດຂອງໂຄງການທາງດ່ວນດັ່ງກ່າວໃນຮູບແບບ BOT ທາງຄະນະກຳມະການທີ່ຖືກແຕ່ງຕັ້ງ ໄດ້ດຳເນີນການສຳຫລວດ ແລະ ປະສານສົມທົບໂດຍກົງ ກັບການຈັດຕັ້ງຂັ້ນບ້ານ ແລະ ປະຊາຊົນທີ່ນອນໃນເຂດໂຄງການ, ເຊິ່ງເຫັນວ່າຫົວໜ່ວຍຊົດເຊີຍ ມີລາຄາໃກ້ຄຽງກັບລາຄາຊື້-ຂາຍຕົວຈິງ ໃນແຕ່ລະທ້ອງຖິ່ນເພື່ອແນໃສ່ ຮັບປະກັນສິດຜົນປະໂຫຍດຂອງປະຊາຊົນ ແລະ ຄວາມຖືກຕ້ອງໂປ່ງໃສ, ຕ້ອງໄດ້ມີການປະສານສົມທົບ, ປຶກສາຫາລືລະຫວ່າງປະຊາຊົນ, ເຈົ້າຂອງໂຄງການ ແລະ ຄະນະກຳມະການທີ່ຮັບຜິດຊອບ ເພື່ອເປັນເອກະພາບ ແລະ ມີຄຳເຫັນຊີ້ນຳອື່ນໆອີກ ດ້ານສິ່ງແວດລ້ອມ ແລະ ຜົນກະທົບຕໍ່ສັງຄົມ ເພື່ອໃຫ້ໂຄງການຈັດຕັ້ງປະຕິບັດສຳເລັດຜົນ.

