ພັດທະນາການຂອງລູກນ້ອຍ ເດືອນທີ 1

ເດືອນນີ້ຍັງຄົງເປັນໄລຍະເວລາທີ່ແມ່ກັບລູກນ້ອຍຕ້ອງພະຍາຍຍາມປັບຕົວເຂົ້າຫາກັນຢູ່ ເພາະການກິນການນອນຂອງລູກນ້ອຍຍັງບໍ່ເປັນລະບົບຄື ມີລັບໆ ແລະ ຕື່ນໆສະຫຼັບກັນ 7-8 ຄັ້ງຕໍ່ມື້ ແຕ່ເມື່ອລູກເລີ່ມໃຫຍ່ຂຶ້ນໄດ້ເກືອບ 2 ອາທິດ ລູກຈະເລີ່ມມີໄລຍະເວລາລັບຍາວນານຂຶ້ນ ປະມານ 4-5 ຊົ່ວໂມງ ຊຶ່ງເຮັດໃຫ້ແມ່ມີເວລາພັກຜ່ອນຫຼາຍຂຶ້ນດ້ວຍ. ມາເບິ່ງພັດທະນາການດ້ານຕ່າງໆຂອງລູກນ້ອຍເດືອນນີ້.
- ດ້ານສະຕິປັນຍາ ແລະ ການຮຽນຮູ້
- ເລີ່ມເບິ່ງເຫັນໜ້າແມ່ຊັດເຈນຂຶ້ນກວ່າຊ່ວງເກີດໃໝ່ ໂດຍສະເພາະມີຄົນເຂົ້າມາໃກ້ ທັງນີ້ເປັນຜົນຈາກການທີ່ສະໝອງເລີ່ມກໍາກັບກ້າມເນື້ອຕາ, ບັງຄັບໃຫ້ລູກຈັບພາບໃບໜ້າຄົນໄດ້ຫຼາຍຂຶ້ນ ແລະ ປະສາດຕາສອງຂ້າງເຮັດວຽກປະສານກັນຫຼາຍຂຶ້ນ.
- ຄ່ອຍໆເລີ່ມຮຽນຮູ້ວ່າກາງຄືນເປັນຊ່ວງເວລາທີ່ທຸກຄົນນອນ ແລະ ເຂົາກໍຄວນນອນຄືຄົນອື່ນໆ.
- ເລີ່ມຈື່ຈໍາສິ່ງຂອງທີ່ເຫັນດຸໆ ໃນຊ່ວງເວລາຫ່າງກັນ 2-3 ວິນາທີໄດ້ແດ່ເຊັ່ນ: ໂມງແຂນຝາ, ຕູ້ ຫຼື ຂອບຕຽງນອນ ແມ່ຈຶ່ງຄວນແຂນໂມງໄວ້ໃນໄລຍະທີ່ລູກສາມາດເບິ່ງເຫັນໄດ້ງ່າຍ ເພື່ອຊ່ວຍພັດທະນາການເບິ່ງເຫັນຂອງລູກ ແລະ ຊ່ວຍໃຫ້ລູກເພີດເພີນເວລາທີ່ຕ້ອງຕື່ນຢູ່ຄົນດຽວ.
- ລູກເລີ່ມປັບໂຕ ແລະ ພ້ອມຈະຮຽນຮູ້ໂລກຮອບໂຕແດ່ແລ້ວ ສັງເກດໄດ້ຈາກການທີ່ລູກນອນໜ້ອຍລົງ ແລະ ມັກໃຫ້ອຸ້ມຍ່າງ ເພື່ອທີ່ຈະໄດ້ເບິ່ງສິ່ງຕ່າງໆອ້ອມໂຕຫຼາຍຂຶ້ນ.
- ດ້ານຮ່າງກາຍ ແລະ ການເຄື່ອນໄຫວ
- ເດືອນນີ້ລູກຍັງບໍ່ສາມາດທີ່ຈະຍົກຫົວໃຫ້ຕັ້ງຊື່ໄດ້. ດັ່ງນັ້ນ ເວລາອຸ້ມລູກນ້ອຍຈຶ່ງຕ້ອງປະຄອງຄໍໄວ້ໃຫ້ດີ.
- ຖ້າເອົາລູກນອນຂວ້ຳ ລູກຈະສາມາດຫັນໜ້າໄປທາງຂ້າງເພື່ອຫາຍໃຈໄດ້ ແລະ ເມື່ອຈັບນອນຫງາຍອາດຈະພິກໂຕສະແຄງຂ້າງໄດ້.
- ການເຄື່ອນໄຫວແຂນຂາຂອງລູກຍັງເປັນໄປໃນລັກສະນະຂອງປະຕິກິລິຍາອັດຕະໂນມັດຢູ່.
- ຫາກຂະນະທີ່ລູກຂະຫຍັບແຂນໄປມາແລ້ວບັງເອີນມືມາໃກ້ປາກ ລູກຈະດູດອົມມືນັ້ນຍ່າງສະບາຍ
- ດ້ານພາສາ ແລະ ການສື່ສານ
- ຍັງສື່ສານກັບຄົນອ້ອມຂ້າງດ້ວຍສຽງຮ້ອງຍາມທີ່ເຂົາຕ້ອງການຄວາມຊ່ວຍເຫຼືອ ແລະ ມິດສຽງລົງເມື່ອມີຄົນມາອຸ້ມ.
- ເມື່ອໄດ້ຍິນສຽງຄົນ ລູກຈະສົ່ງສຽງໂຕ້ຕອບໄດ້ເປັນບາງຄັ້ງ.
- ສຽງຮ້ອງຂອງລູກຄືການສື່ສານຊະນິດດຽວທີ່ເຂົາສາມາດບອກກັບຄົນອ້ອມຂ້າງໄດ້ວ່າ ເຂົາຮູ້ສຶກຫິວ, ຮ້ອນ, ໜາວ, ປຽກ ແລະ ບໍ່ສະບາຍໂຕ ແມ່ ແລະ ຜູ້ລ້ຽງດູຈຶ່ງຕ້ອງຄອຍໃສ່ໃຈ ແລະ ໝັ່ນສັງເກດ ຈັບໃຫ້ໄດ້ວ່າສຽງຮ້ອງຂອງລູກໝາຍເຖິງຫຍັງ ເພື່ອຕອບສະໜອງໄດ້ຢ່າງຖືກຕ້ອງເໝາະສົມ.
- ດ້ານອາລົມ ແລະ ສັງຄົມ
- ສາມາດຄາດເດົາອາລົມຄວາມຮູ້ສຶກຂອງລູກໄດ້ຈາກສີໜ້າ, ແວວຕາ ແລະ ທ່າທາງເຊັ່ນ ຍາມທີ່ລູກຮູ້ສຶກເພິ່ງພໍໃຈ ສີໜ້າຈະນິ້ງໆ, ດວງຕາສົດໃສ, ຂະຫຍັບແຂນໄປມາ ແຕ່ຖ້າບໍ່ສະບາຍກໍຈະຮ້ອງໄຫ້.
- ລູກສະຫງົບ ແລະ ມີອາລົມທີ່ດີ ຫາກຊ່ວງເວລາທີ່ລູກຕື່ນນອນ ແມ່ໄດ້ອຸ້ມໄປຍ່າງຫຼິ້ນ, ຮັບແດດອຸ່ນປ່ຽນບັນຍາກາດແທນນອນຢູ່ແຕ່ບ່ອນເກົ່າ ພ້ອມກັບລົມນໍາລູກໄປນຳ.
- ການທີ່ແມ່ໄດ້ເບິ່ງແຍງລູກນ້ອຍຢ່າງໃກ້ຊິດ ຈະຊ່ວຍໃຫ້ລູກມີພັດທະນາການທີ່ກ້າວໜ້າໄດ້ຫຼາຍຂຶ້ນ ແລະ ໄວຂຶ້ນ ທີ່ສໍາຄັນຄືຊ່ວຍໃຫ້ລູກຄຸ້ນເຄີຍ ແລະ ໄວ້ວາງໃຈຕໍ່ໂລກໜ່ວຍນີ້ຫຼາຍຂຶ້ນອີກດ້ວຍ.

