ຢາກມີສຸຂະພາບແຂງແຮງຕ້ອງລ້າງພິດໃຫ້ຕັບ

– ຍ້ອນຫຍັງຈຶ່ງຕ້ອງລ້າງພິດ :
ໜ້າທີ່ຕົ້ນຕໍຂອງຕັບແມ່ນຜະລິດນຳ້ບີໃຫ້ຖົງນຳ້ບີ, ຊ່ວຍກັ່ນຕອງເລືອດ, ສົ່ງເລືອດດີເຂົ້າສູ່ຮ່າງກາຍ ແລະ ສົ່ງເລືອດໄປຫາ ໝາກໄຂ່ຫລັງ, ລ້າງສານພິດ ແລະ ຕັບຍັງຊ່ວຍຍ່ອຍອາຫານ, ເບິ່ງແຍງເສັ້ນຜົມ, ຂົນ, ເລັບ. ຖ້າຕັບເຮັດວຽກໜັກ ໝາກໄຂ່ຫລັງກໍຈະຊ່ວຍເຮັດວຽກ ເມື່ອເຮັດວຽກໜັກເກີນໄປ ທັງຕັບ ແລະ ໝາກໄຂ່ຫລັງກໍຈະເສື່ອມ.
– ການລ້າງພິດຕັບເໝາະສົມກັບໃຜແດ່ ?
ເໝາະສົມກັບຄົນທີ່ມີພຶດຕິກຳການໃຊ້ຊີວິດທີ່ມີຄວາມສ່ຽງ ເປັນຕົ້ນແມ່ນສູບຢາ, ດື່ມເຫລົ້າ ຫລື ເຄື່ອງດື່ມອານກໍຮໍເປັນປະຈຳແລະ ຜູ້ທີ່ກິນອາຫານບໍ່ຖືກຫລັກອະນາໄມ ເຊັ່ນ : ອາຫານລົດຊາດເຜັດ, ປີ້ງ, ຈີ່ ຫລື ຜູ້ທີ່ມີຄວາມເຄັ່ງຄຽດ, ພັກຜ່ອນນອນຫລັບບໍ່ພຽງພໍ ລ້ວນແຕ່ເປັນສາເຫດໃຫ້ຕັບເຮັດວຽກໜັກ ແລ້ວນຳໄປສູ່ການເກີດພະຍາດ ແລະ ອາການຕ່າງໆ ເຊັ່ນ : ຕັບອັກເສບ, ຕັບແຂງ, ຝີໃນຕັບ, ພະຍາດເບົາຫວານ.
– ຖ້າຕັບຂອງເຮົາໄລ່ສານພິດໄດ້ບໍ່ສົມບູນຈະມີອາການຕໍ່ໄປນີ້ :
ອາການທີ່ພົບຫລາຍແມ່ນມັກຜິດຖຽງ, ເວົ້າຄຳຫຍາບ, ມັກຄວາມຮຸນແຮງ, ຕ້ອງການເລື່ອງຕື່ນເຕັ້ນ, ຢາກແກ້ແຄ້ນ, ບໍ່ອົດທົນ, ໃຈຮ້າຍງ່າຍ, ຍິ້ມຍາກ, ສຽງດັງ, ເບື່ອໜ່າຍ, ບໍ່ກ້າຕັດສິນໃຈ. ສ່ວນອາການທາງກາຍ ບໍລິເວນຜົ້ງທ້ອງໃຄ່, ເມື່ອຍງ່າຍ, ກິນຫລາຍ, ວິນຫົວປວດຮາກ, ແໜ້ນໜ້າເອິກ, ກ້າມຊີ້ນບໍ່ຫົດຢືດ, ຍ່າງໂຕແຂງ, ມີໄຂມັນໃນຕັບ, ຊົງໂຕບໍ່ຄ່ອຍຢູ່, ປວດແອວ, ປວດຫລັງ, ແໜ້ນໜ້າເອິກ, ຍ່ຽວຢອດບໍ່ຮູ້ໂຕ, ເຈັບທ້ອງນ້ອຍ, ເສື່ອມສະມັດຕະພາບທາງເພດ, ມົດລູກເລີ່ມໃຫຍ່, ເຈັບເບັງສົ້ນນ່ອງ, ຜູ້ຊາຍກໍເປັນຕ່ອມລູກໝາກໃຫຍ່.
– ປະໂຫຍດຈາກການລ້າງພິດຕັບ :
ຊ່ວຍປ້ອງກັນ ແລະ ຕໍ່ສູ້ກັບພະຍາດມະເຮັງ, ຊ່ວຍໃນການຟື້ນຟູ ແລະ ຄືນຄວາມສົດຊື່ນໃຫ້ກັບແຊນທົ່ວຮ່າງກາຍ, ຊ່ວຍຫລຸດ ການສະສົມຂອງໄຂມັນທີ່ຫຸ້ມຕັບ ແລະ ຫລຸດການຈັບໂຕຂອງໄຂມັນຢູ່ບໍລິເວນຜິວໜັງຫລອດເລືອດ, ຊ່ວຍເຮັດຄວາມສະອາດ ແລະ ກຳຈັດສິ່ງເປິເປື້ອນ, ສິ່ງເສດເຫລືອ, ກາກອາຫານ ລວມທັງສານພິດທີ່ຕົກຄ້າງຢູ່ໃນລຳໄສ້, ຊ່ວຍເຮັດຄວາມສະອາດລຳໄສ້, ອາຈົມ, ແບັກທີເຣຍ ແລະ ສານພິດຕ່າງໆຈະຖືກຊະລ້າງ.
– ວິທີລ້າງສານພິດໃນຕັບ :
- ກິນເຫັດ 3 ຊະນິດຂຶ້ນໄປ (ປຸງແຕ່ງເປັນອາຫານ) ເຫັດຊະນິດໃດກໍໄດ້ ເຊັ່ນ : ເຫັດເຟືອງ, ເຫັດເຂັມ, ເຫັດປວກ, ເຫັດຫູໜູ, ເຫັດເຜາະ (ຫ້າມຂົ້ວໃສ່ນຳ້ມັນ).
- ກິນຂີ້ໝິ້ນກ່ອນເຂົ້ານອນ.
- ໃນເວລາ 01:00 ໂມງ ຫາ 03:00 ໂມງເຊົ້າ ຕ້ອງນອນຫລັບຢ່າງດຽວ.
- ຫລີກເວັ້ນການເອົາສານເຄມີ, ສານພິດຮູບແບບຕ່າງໆເຂົ້າສູ່ຮ່າງກາຍ.
- ບໍ່ກິນແປ້ງນົວ.

