ກາແດງຫລວງພະບາງມອບເຄື່ອງຊ່ວຍເຫລືອປະຊາຊົນເມືອງຊຽງເງິນຜູ້ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນຄັ້ງຜ່ານມາ

ເມື່ອມໍ່ໆມານີ້, ອົງ ການກາແດງຫລວງພະ ບາງໄດ້ນຳເອົາສັງກະສີ ຈຳນວນ 300 ແຜ່ນ, ສາດ ແລະ ຜ້າຫົ່ມຢ່າງ ລະ 30 ຜືນລວມມີ ມູນ ຄ່າ 12 ລ້ານກວ່າກີບ ໄປ ມອບໃຫ້ອຳນາດການ ປົກຄອງ ເມືອງ ຊຽງເງິນ ແຂວງ ຫລວງພະບາງ ຜູ້ໄດ້ຮັບຜົນກະທົບໜັກ ຈາກພາຍຸລະດູຮ້ອນເມື່ອ ວັນທີ 25 ເມສາຜ່ານມານີ້.

 

ມອບເຄື່ອງຊ່ວຍເຫລືອບ້ານຈຸດສຸມນ້ຳສຽມ

ອົງການກາແດງລາວມອບເຄື່ອງຊ່ວຍເຫລືອບ້ານຕໍເຮືອ

ຕາມການລາຍງານ ຂອງຄະນະກຳມະການ ປ້ອງກັນ ແລະ ຄວບຄຸມ ໄພພິບັດ ເມືອງຊຽງເງິນ ໃຫ້ຮູ້ວ່າ: ພາຍຸລະດູຮ້ອນ ພັດເຂົ້າເທສະບານເມືອງ ຂອງຕົນໃນມື້ນັ້ນ ໄດ້ສົ່ງ ຜົນໃຫ້ເຮືອນຊານປະຊາ ຊົນຈຳນວນ 400 ຫລັງ ໄດ້ຮັບຄວາມເສຍຫາຍ, ສຳນັກງານອົງການ, ໂຮງ ຮຽນ ແລະ ຮ້ານຄຳຕ່າງໆ ຈຳນວນໜຶ່ງ ເປເພໜັກ, ເຊິ່ງຕາມການຕີລາຄາ ແລ້ວ ມີມູນຄ່າເສຍຫາຍທັງໝົດ ຫລາຍກວ່າ1,2 ຕື້ກີບ./.