ລາວສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 30 ປີ

(ຮອງປະທານປະເທດໃຫ້ກຽດປະດັບຫຼຽນໄຊໃຫ້ອົງການດັ່ງກ່າວ)

    ພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 30 ປີ (9/1/1990-9/1/2020) ໄດ້ຈັດຂຶ້ນໃນວັນທີ 9 ມັງກອນ ນີ້, ຢູ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານ ເລມິງຈິ ກໍາມະການສູນການພັກກອມມູນິດຫວຽດນາມ ຫົົວໜ້າອົງການໄອຍະການປະຊາຊົນສູງສຸດ  ພ້ອມດ້ວຄະນະ ແລະ ມີບັນດາພະນັງງານທົ່ວລະບົບອົງການໄອຍະການປະຊາຊົນເຂົ້າຮ່ວມເປັນຈໍານວນຫຼາຍ.

ທ່ານ ຄໍາສານ ສຸວົງ ຫົວງໜ້າອົງການໄອຍະການປະຊາຊົນໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍ ອົງການໄອຍາການປະຊາຊົນລາວ ສະບັບທໍາອິດ ໄດ້ຮັບການປະກາດນໍາໃຊ້ໃນວັນທີ 9 ມັງກອນ 1990 ແລະ ກໍໄດ້ຖືເອົາວັນດັ່ງກ່າວ ເປັນວັນສ້າງຕັ້ງ ອົງການໄອຍາການປະຊາຊົນລາວ, ຊຶ່ງເປັນອົງການລັດປະຕິບັດພາລະບົດບາດກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ປົກປ້ອງສິດຜົນປະໂຫຍດຂອງລັດ, ຂອງສັງຄົມ, ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ. ຊຶ່ງຕະຫຼອດໄລຍະຜ່ານມາ ອົງການໄອຍາການໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ເຮັດລ້ອນໜ້າທີ່ການເມືອງ ທີ່ພັກ-ລັດມອບໝາຍໃຫ້ເປັນຢ່າງດີ, ໄດ້ປະກອບສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ນັບມື້ມີຄວາມສັກສິດ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມໄດ້ຮັບການພັດທະນາຕາມແນວທາງຂອງພັກທີ່ວ່າງໄວ້ຢ່າງບໍ່ຢຸດຢັ້ງ.

 ຕະຫຼອດໄລຍະ 30 ປີ ອົງການໄອຍາການປະຊາຊົນໄດ້ຜ່ານຂະບວນການວິວັດແຫ່ງການທົດສອບຫຼາຍປະການ, ໂດຍສະເພາະ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍາການປະຊາຊົນ ມີການປັບປ່ຽນໄປຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງພັກ ແລະ ການຄຸ້ມຄອງລັດໃນແຕ່ໄລຍະກໍຕາມ, ແຕ່ພາລະບົດບາດພື້ນຖານ ແມ່ນຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຄະດີ ຊຶ່ງອົງການໄອຍະການປະຊາຊົນແຕ່ລະຂັ້ນໄດ້ເອົາໃຈໃສ່ຍົກສູງຄຸນນະພາບການຄົ້ນຄວ້າ ແລະ ແກ້ໄຂຄະດີເປັນໜ້າທີ່ຕົ້ນຕໍ ໂດຍເຄົາລົບຫຼັກການ ຮອບດ້ານ, ຄົບຖ້ວນ, ພາວະວິໄສ ແລະ ຍຶດໝັ້ນ 4 ຮັບປະກັນຄື: ຮັບປະກັນຄວາມຖືກຕ້ອງ, ຍຸຕິທໍາ, ໂປ່ງໃສ ແລະຫັນຕາມກໍານົດເວລາ ເຊິ່ງສະແດງອອກໃນຕົວເລກການຄົ້ນຄວ້າ ແລະ ແກ້ໄຂຄະດີຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ. ໃນປີ 2019 ທົ່ວປະເທດມີຄະດີອາຍາຂັ້ນຕົ້ນຫຼາຍກວ່າ 11 ພັນເລື່ອງ, ໃນນັ້ນແກ້ໄຂໄດ້ຫຼາຍກວ່າ 10 ເລື່ອງ ເທົ່າກັບ 95,49%, ເຂົ້າຮ່ວມປະຊຸມສານ ແລະຖະແຫຼງສັ່ງຟ້ອງຫຼາຍກວ່າ 5 ພັນເລື່ອງ, ແກ້ໄຂຄະດີແພ່ງໄດ້ 1 ພັນກວ່າເລື່ອງ ເທົ່າກັບ 96,65%.

ໃນໂອກາດດັ່ງກ່າວ, ທ່ານ ພັນຄໍາ ວິພາວັນ ຕາງໜ້າໃຫ້ສູນກາງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນໄຊອິດສະຫຼະ ຊັ້ນ I ໃຫ້ແກ່ອົງການໄອຍະການປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສ.ສ ຫວຽດນາມ. ພ້ອມທັງປະດັບຫຼຽນໄຊອິດສະຫຼະຊັ້ນ II ໃຫ້ແກ່ບຸກຄົນດີເດັ່ນຈໍານວນ 5 ຄົນ, ມອບຫຼຽນໄຊແຮງງານ ຊັ້ນ I ໃຫ້ແກ່ 9 ກົມກອງ ແລະ 64 ຄົນ; ຫຼຽນໄຊແຮງງານ ຊັ້ນ II ໃຫ່ແກ່ 3 ກົມກອງ ແລະ 213 ຄົນ; ຫຼຽນໄຊແຮງງານ ຊັ້ນ III ໃຫ້ແກ່ 19 ກົມກອງ ແລະ 247 ຄົນ, ຫຼຽນກາແຮງງານ ໃຫ້ແກ່ 20 ກົມກອງແລະ 154 ຄົນ; ມອບໃບຍ້ອງຍໍ ຂອງທ່ານນາຍົກລັດຖະມົນຕີໃຫ້ແກ່ 6 ກົມກອງ ແລະ 648 ຄົນ ແລະ ຫົວຫນ້າອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ 5 ກົມກອງ ແລະ 430 ຄົນ ເພື່ອສັນລະເສີນຜົນງານ, ຄຸນງາມຄວາມດີ ແລະ ບັນທຶກໄວ້ໃນປຶ້ມປະຫວັດສາດຂອງຊາດ ແລະ ຂອງອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວຕະຫຼອດໄປ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ