ຕັກແຕນຝູງຍັງສືບຕໍ່ລະບາດຢູ່ເມືອງໂພນທອງ

ແຫລ່ງຂ່າວແຂວງຫລວງພະບາງລາຍງານວ່າ: ປັດຈຸບັນ ຕັກແຕນຝູງໄມ້ປ່ອງສືບຕໍ່ລະບາດໜັກຢູ່ເມືອງໂພນທອງ ແຂວງຫລວງພະບາງ, ຮ້າຍແຮງກວ່າໝູ່ແມ່ນຢູ່ກຸ່ມບ້ານໂພນທອງ, ທອງສີ, ກຸ່ມບ້ານເມືອງຮິບ, ນ້ຳລ່ວງ ແລະ ກຸ່ມນາຊອນ ລວມມີ 42 ບ້ານຖືກຜົນກະທົບໜັກ, ເຖິງວ່າປັດຈຸບັນນີ້ ຫ້ອງການກະສິກຳເມືອງ ແລະ ແຂວງໄດ້ສົມທົບກັນລົງພົ່ນຢາປາບການແຜ່ພັນຂອງຕັກແຕນຝູງດັ່ງກ່າວສຳເລັດແລ້ວພຽງ 20 ເຮັກຕາ ແລະ ເຂົາເຈົ້າກໍພວມສຸມໃສ່ເພື່ອສະກັດກັ້ນບໍ່ໃຫ້ສັດຕູພືດຮ້າຍແຮງດັ່ງກ່າວແຜ່ລະບາດໄປສູ່ເມືອງອື່ນ ເພື່ອແນໃສ່ສະກັດກັ້ນຜົນກະທົບອັນຮ້າຍແຮງຕໍ່ຜົນຜະລິດເຂົ້າໄຮ່, ສາລີ ແລະ ຜົນລະປູກອື່ນໆ.
ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ການລະບາດຂອງຕັກແຕນຝູງໄມ້ປ່ອງນີ້ ໄດ້ເລີ່ມເກີດຂຶ້ນແຕ່ປີ 2014 ເປັນຕົ້ນມາ, ແຕ່ດ້ວຍຄວາມເອົາໃຈໃສ່ສະກັດກັ້ນຂອງຂະແໜງກ່ຽວຂ້ອງ ແລະ ການຊ່ວຍເຫລືອຂອງປະເທດເພື່ອນມິດ ຈຶ່ງເຮັດໃຫ້ສາມາດຄວບຄຸມການລະບາດຢູ່ໃນເຂດຈຳກັດ.

