ສສຊ ເຂດ I ນະຄອນຫລວງ ພົບປະ ແລະ ສະເໜີໃຫ້ທະນາຄານແຫ່ງ ສປປ ລາວ ສືບຕໍ່ປັບປຸງແກ້ໄຂຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ

ວັນທີ 13 ມີນາ 2023, ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ນໍາໂດຍທ່ານ ບຸນຕາ ເທບພະວົງ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ, ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບຂອງສະພາແຫ່ງຊາດ, ທ່ານ ພັທ ຈັນທະລາ ອຸດົມສຸກ ແລະ ທ່ານ ນາງ ວາລີ ເວດສະພົງ ພ້ອມຄະນະໄດ້ພົບປະກັບການນໍາ ແລະ ພະນັກງານຫລັກແຫລ່ງຂອງທະນາຄານແຫ່ງ ສປປ ລາວ (ທຫລ), ຄະນະອຳນວຍການທະນາຄານທຸລະກິດລັດ ໂດຍການຕ້ອນຮັບຂອງທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລ.

ກອງປະຊຸມພົບປະຄັ້ງນີ້, ໄດ້ເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນຄັ້ງນີ້ ແລະ ວຽກງານຈໍານວນໜຶ່ງ; ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ ໄດ້ລາຍງານສະພາບການເຄື່ອນໄຫວລວມວຽກງານຂອງທະນາຄານແຫ່ງ ສປປ ລາວ ໃນປີ 2022 ຜ່ານມາ ແລະ ທິດທາງແຜນການປີ 2023 ໃຫ້ທີ່ປະຊຸມຮັບຊາບ; ຈາກນັ້ນ, ບັນດາ ສສຊ ປະຈຳເຂດເລືອກຕັ້ງທີ I ນະຄອນຫລວງ ໄດ້ເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ສ່ອງແສງໃຫ້ເຫັນການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງອົງການນິຕິບັນຍັດທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນບັນດາເຜົ່າ ໂດຍສະເພາະຊາວນະຄອນຫລວງວຽງຈັນ; ພ້ອມນັ້ນ, ສສຊ ກໍໄດ້ນໍາເອົາບາງຄໍາຄິດຄໍາເຫັນຂອງປະຊາຊົນ ທີ່ຕິດພັນກັບຂະແໜງການທະນາຄານນໍາມາສະເໜີໃຫ້ແກ່ ທຫລ ສືບຕໍ່ປັບປຸງແກ້ໄຂເປັນຕົ້ນ: ການຄຸ້ມຄອງປະລິມານເງິນ M2, ການຄຸ້ມຄອງອັດຕາເງິນເຟີ້, ການຄຸ້ມຄອງອັດຕາແລກປ່ຽນ ແລະ ອື່ນໆ ຈໍານວນໜຶ່ງ.

ໃນໂອກາດດັ່ງກ່າວ; ທ່ານ ຜູ້ວ່າການທະນາຄານ  ທຫລ ກໍໄດ້ສະແດງຄວາມຂອບໃຈ ຕໍ່ບັນດາທ່ານ ສສຊ ທີ່ໄດ້ໃຫ້ກຽດມາຢ້ຽມຢາມ ແລະ ນໍາເອົາເນື້ອໃນຈິດໃຈຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ມາເຜີຍແຜ່ຄະນະນໍາ ແລະ ພະນັກງານຫລັກແຫລ່ງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດລັດ ໄດ້ຮັບຮູ້ບັນດາຂໍ້ຄິດເຫັນຂອງສັງຄົມ ຕິດພັນຂະແໜງການທະນາຄານ ແລະ ທ່ານຍັງໄດ້ຊີ້ແຈງບາງບັນຫາດັ່ງກ່າວ ເພື່ອໃຫ້ ສສຊ ໃນນາມຕົວແທນປະຊາຊົນໄດ້ຮັບຮູ້, ເຂົ້າໃຈໃນບັນຫາດັ່ງກ່າວຕື່ມ.

ຂໍ້ມູນ: ທຫລ