ສານປະຊາຊົນແຂວງອຸດົມໄຊຕັດສິນ​ປະຫານ​ຊີວິດຜູ້ຄ້າຢາເສບຕິດ.

ເມື່ອບໍ່ດົນມານີ້, ​ສານ​ປະຊາຊົນ​ແຂວງ​ອຸດົມ​ໄຊ, ໄດ້ຕັດສີນປະຫານຊີວິດ​ທ້າວ ຕົງ​ເຢັງ​ເຮີ ອາຍຸ 24 ປີຢູ່​ບ້ານ​ໜອງ​ດິນ​ເມືອງ​ຮຸນ​ແຂວງ​ອຸດົມ​ໄຊ, ໃນຂໍ້ຫາລັກລອບຂົນສົ່ງຢາເສບຕິດ, ໂດຍຜູ້ກ່ຽວຖືກເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຈັບຕົວໄດ້ເມື່ອຕົ້ນເດືອນເມສາ 2018 ໃນຂະນະເອົາຢາບ້າຈໍານວນ 32 ພັນເມັດຊຸກເຊື່ອງໃນລົດຈັກເພື່ອໄປສົ່ງໃຫ້ຜູ້ສັ່ງຊື້ໃນເຂດເທສະບານແຂວງ, ພາຍຫລັງເຈົ້າໜ້າທີ່ນໍາຕົວໄປສືບສວນ-ສອບສວນຜູ້ກ່ຽວໄດ້ຮັບສາລະພາບວ່າ: ຢາບ້າທັງໝົດເປັນຂອງຂະບວນການຄ້າຢາເສບຕິດພາຍໃນແຂວງ, ຊຶ່ງຕົນເປັນພຽງຜູ້ຂົນສົ່ງໃຫ້ໂດຍໄດ້ຮັບຄ່າຈ້າງ 20 ພັນບາດ (ສະກຸນເງິນໄທ).