ນາຍົກ ເນັ້ນໃຫ້ພາກລັດ ແລະ ພາກທຸລະກິດ ເອົາໃຈໃສ່ຍູ້ດັນເສດຖະກິດໃຫ້ຂະຫຍາຍຕົວຂຶ້ນກວ່າເກົ່າ

ໃນໂອກາດເຂົ້າຮ່ວມພິທີມອບລາງວັນທຸລະກິດຊັ້ນນຳດີເດັ່ນໃຫ້ນັກທຸລະກິດລາວຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ປະຈໍາປີ 2021 ໃນວັນທີ 29 ທັນວາ 2021 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ພາກລັດ ແລະ ພາກທຸລະກິດ ເປັນເຈົ້າກະຕຸກຊຸກຍູ້, ຂັບເຄື່ອນເຮັດໃຫ້ການສົ່ງເສີມການລົງທຶນ ແລະ ດຳເນີນທຸລະກິດຂອງຜູ້ປະກອບການຢູ່ສປປລາວ ໃຫ້ດີຂຶ້ນເທື່ອລະກ້າວແນໃສ່ເຮັດໃຫ້ເສດຖະກິດຂອງປະເທດ ພັດ ທະນາ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆໂດນໃຫ້ເອົາໃຈໃສ່ 4 ບັນຫາສຳຄັນ.

1). ສະພາການຄ້າ ແລະ ອຸດສາຫະກໍາ, ສະມາຄົມ ແລະ ກຸ່ມທຸລະກິດ ຕ້ອງໄດ້ສືບຕໍ່ປຸກລະດົມບັນດາຫົວໜ່ວຍທຸລະກິດ ເຂົ້າເປັນສະມາຊິກ, ເຕົ້າໂຮມຄວາມສາມັກຄີ, ປັບປຸງກົງຈັກການຈັດຕັ້ງຂອງສະພາການຄ້າ ທັງຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ເຂັ້ມແຂງໄປຄຽງຄູ່ກັບການພັດທະນາ, ສົ່ງເສີມ ແລະ ສ້າງຄວາມສາມາດໃຫ້ຫົວໜ່ວຍທຸລະກິດ ເປັນມືອາຊີບຫລາຍຂຶ້ນ;

อาจเป็นรูปภาพของ 1 คน และ สถานที่ในร่ม

2). ນັກທຸລະກິດ ແລະ ຜູ້ປະກອບການດ້ານຕ່າງໆ ຕ້ອງໄດ້ປັບປຸງຮູບແບບ ແລະ ວິທີການດໍາເນີນທຸລະກິດ ໃຫ້ແທດເໝາະກັບສະພາບການປ່ຽນແປງໃໝ່, ຫັນປ່ຽນຈິນຕະນາການ ເພື່ອໃຫ້ແທດເໝາະກັບວິຖີຊີ ວິດໃໝ່, ແຂ່ງຂັນກັນສ້າງຜົນງານ, ປັບປຸງຄຸນນະພາບ ແລະ ປະສິດທິພາບໃຫ້ສູງຂຶ້ນ ລວມທັງກຳຈັດປັດເປົ່າແນວຄິດຄັບແຄບ, ໃຈນ້ອຍ, ອິດສາບັງບຽດກັນ, ຢ້ານລື່ນຢ້ານເຫລືອກັນ, ທັບຖົມໂຈມຕີກັນ, ຕ້ອງຮັກແພງສາມັກຄີຊ່ວຍເຫລືອກັນ, ແຂ່ງຂັນກັນພັດທະນາຄວາມດີ ເພື່ອຊາດບ້ານເມືອງ. ທີ່ສຳຄັນຕ້ອງຮ່ວມມືກັບພາຍໃນ ແລະ ຕ່າງປະເທດ;

3). ໃນໄລຍະເປີດກວ້າງ ແລະ ເຊື່ອມໂຍງກັບພາກພື້ນ, ນັກທຸລະກິດຂອງພວກເຮົາ ຕ້ອງໄດ້ປັບປຸງຕົນເອງ ໃຫ້ສາມາດຜະລິດເພື່ອສົ່ງອອກ ແລະ ຖືເອົາກາລະໂອກາດຂະຫຍາຍທຸລະກິດຂອງຕົນໄປຍັງພາກພື້ນ ແລະ ສາກົນ ໃຫ້ເພີ່ມຂຶ້ນ ໂດຍນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຊຶ່ງມີຄວາມຈຳເປັນຕ້ອງຮ່ວມມືກັນຈັດຕັ້ງການຜະລິດຄືນ ໃໝ່, ທັງຫາຄູ່ຮ່ວມພັດທະນາ ກັບ ນັກທຸລະກິດຕ່າງປະເທດ. ນອກຈາກນັ້ນ, ກໍສົ່ງເສີມນັກທຸລະກິດ ເຂົ້າມີສ່ວນຮ່ວມພັດທະນາຊົນນະບົດ ຕິດພັນກັບການແກ້ໄຂຄວາມທຸກຍາກ ໃຫ້ປະ ຊາຊົນຫລາຍຂຶ້ນ ເຊິ່ງລັດຖະບານ ຈະສ້າງໂອກາດໃຫ້ບັນດາວິສາຫະກິດ ລາວ-ຕ່າງປະເທດ ໄດ້ຈັບຄູ່ກັນ ເພື່ອຮ່ວມກັນຢ່າງໝັ້ນຄົງຍາວນານ ຫລີກເວັ້ນການເປັນນາຍໜ້າແບບຕົວະຍົວະຫລອກລວງ ເຊິ່ງຈະສ້າງຄວາມເສຍຫາຍໃຫ້ແກ່ສ່ວນລວມ ແລະ ຕົນເອງ.

4). ສືບຕໍ່ຊຸກຍູ້ສົ່ງເສີມນັກທຸລະກິດ, ຫົວໜ່ວຍທຸລະກິດທີ່ດີເດັ່ນ ແລະ ດໍາເນີນທຸລະກິດຖືກຕ້ອງຕາມກົດໝາຍ, ປະກອບສ່ວນພັນທະໃຫ້ລັດຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ ເພື່ອຊຸກຍູ້ການເຮັດແທ້ທຳຈິງ, ການຄັດເລືອກຍ້ອງຍໍນັກທຸລະກິດ ແລະ ຫົວໜ່ວຍທຸລະກິດດີເດັ່ນບໍ່ໃຫ້ມີລັກສະນະສະເລ່ຍ ຫລື ເບິ່ງຕາມ ຕໍາແໜ່ງຫລາຍກວ່າເບິ່ງຜົນງານຕົວຈິງ ເຊິ່ງຜ່ານມາ ສຄອຊ ຈັດຕັ້ງປະຕິບັດໄດ້ດີແລ້ວ ແລະ ໃຫ້ສືບຕໍ່ປັບປຸງໃຫ້ດີຂຶ້ນ.