ປີນີ້ເສດຖະກິດແຂວງຈຳປາສັກ ຈະຂະຫຍາຍຕົວ 8,12%

ເຈົ້າແຂວງຈຳປາສັກ ລາຍງານໃຫ້ຮູ້ວ່າ: ປີ 2018 ນີ້ຄາດວ່າເສດຖະກິດຂອງ ແຂວງຈະຂະຫຍາຍຕົວໃນ ລະດັບ 8,12% ແລະ ສະ ເລ່ຍລາຍຮັບຂອງພົນລະ ເມືອງຈະໄດ້ຮັບປະມານ 20,5 ລ້ານກີບເທົ່າກັບ 2.400 ກວ່າໂດລາຕໍ່ຄົນຕໍ່ປີ. ທຽບໃສ່ປີ 2017 ເພີ່ມຂຶ້ນ ປະມານ 220 ໂດລາ, ທ່ານ ເຈົ້າແຂວງເວົ້າວ່າ: ສິ່ງພົ້ນ ເດັ່ນຂອງແຂວງແມ່ນຄວາມ ພະຍາຍາມຕອບສະໜອງ ຄວາມຕ້ອງການດ້ານສະ ບຽງອາຫານປະເພດຊີ້ນ, ປາ ໃຫ້ປະຊາຊົນເພີ່ມຂຶ້ນຄື ຈາກ 55,3 ກິໂລກຣາມ ໃນປີ 2015 ມາເປັນ 61,48 ກິໂລ ກຣາມ ໃນປີ 2017, ການ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນ ໄດ້ມີການຫັນ ປ່ຽນຢ່າງຕັ້ງໜ້າໂດຍສະ ເພາະແມ່ນການສ້າງບ້ານ ແລະ ຈຸດສຸມພັດທະນາຕິດ ພັນວຽກງານສາມສ້າງຢ່າງ ມີປະສິດທິຜົນອັນໄດ້ຊ່ວຍ ໃຫ້ຄອບຄົວທຸກຍາກໃນເຂດ ຊົນນະບົດຫລຸດລົງຢ່າງຈະ ແຈ້ງຄືຈາກ 687 ຄອບຄົວ ທີ່ຍັງເຫລືອໃນປີ 2015 ຫລຸດລົງຍັງເຫລືອພຽງແຕ່ 521 ຄອບຄົວ ແລະ ບ້ານ ທຸກຍາກມາຮອດປັດຈຸບັນ ຍັງເຫລືອພຽງ1,55% ຂອງ ຈຳນວນບ້ານທັງໝົດ.
+ ປີຜ່ານມາເສດຖະກິດປະເທດເຮົາຂະຫຍາຍ ຕົວ 6,9%.
+ ເສດຖະກິດແຂວງຫົວພັນຂະຫຍາຍຕົວ 8,56%
ການຜະລິດກະສິກຳມີ ທ່ວງທ່າຂະຫຍາຍຕົວສູງ ຄື: ປີຜ່ານມາສາມາດປູກ ເຂົ້ານາປີໄດ້ຫລາຍກວ່າ 150.000 ກວ່າເຮັກຕາ ແລະ ປູກພືດເປັນສິນຄ້າໄດ້ ເກືອບ 40.000 ເຮັກຕາ ເດັ່ນກວ່າໝູ່ແມ່ນພືດຜັກ ແລະ ໄມ້ໃຫ້ໝາກ, ໂດຍສະ ເພາະແມ່ນຂະບວນການ ຜະລິດກາເຟເປັນສິນຄ້າຄື: 5 ເດືອນຕົ້ນປີນີ້ສາມາດສົ່ງ ອອກກາເຟໄດ້ໃນມູນຄ່າ 61 ລ້ານກວ່າໂດລາສະຫະ ລັດ, ທຽບໃສ່ໄລຍະດຽວ ກັນຂອງປີ 2017 ເພີ່ມຂຶ້ນ 19%, ນອກຈາກນີ້ການ ລ້ຽງສັດປະເພດຕ່າງໆ ກໍມີ ການຫັນປ່ຽນຢ່າງຕັ້ງໜ້າ, ໂດຍສະເພາະແມ່ນໄດ້ຫັນສູ່ການລ້ຽງແບບເປັນຟາມ ເປັນກຸ່ມນັບມື້ຂະຫຍາຍຕົວ ຄື ມາຮອດປັດຈຸບັນທົ່ວ ແຂວງມີຟາມລ້ຽງສັດທັງ ໝົດ 90 ກວ່າແຫ່ງ, ປາກະ ຊັງ 25 ແຫ່ງ, ທຸກເມືອງ ໄດ້ມີຜະລິດຕະພັນໂອດ໋ອບ ຂອງຕົນ./.


