ແຈັກມາ ນັບມື້ນັບຫມົດຄວາມດັງ

ຜູ້ກໍ່ຕັ້ງບໍລິສັດ ອາລີບາບາ ບໍ່ມີຊື່ຢູ່ໃນບັນຊີຂອງບັນດານັກທຸລະກິດຊັ້ນນຳ ໃນໜ້າໜັງສືພິມຂອງຈີນໃນວັນນີ້.

ບົດວີຈານໃນໜ້າໜຶ່ງຂອງໜັງສືພິມ Shanghai Securities News ໃນມື້ນີ້  ໄດ້ຍົກຍ້ອງຄວາມສຳເລັດຂອງບໍລິສັດເທັກໂນໂລຊີຂອງຈີນ. Pony Ma ຖືກຕີລາຄາວ່າ ເປັນຜູ້ “ຂຽນໜ້າປະຫວັດສາດມືຖືຄືນໃໝ່” ພ້ອມກັບ Tencent Holdings. ປະທານບໍລິສັດລົດຍີ່ຫໍ້ BYD Wang Chuanfu, ຊຶ່ງເປັນປະທານຮ່ວມກໍ່ຕັ້ງບໍລິສັດ smartphone Xiaomi Lei Jun, ຜູ້ກໍ່ຕັ້ງບໍລິສັດ Huawei Technologies ເຍິມຈິງຟີ  ກໍຖືກຍົກຊື່ຂຶ້ນມາ, ແຕ່ກົງກັນຂ້າມ ແຈັກມາ ຜູ້ກໍ່ຕັ້ງກຸ່ມບໍລິສັດ ທີ່ນອນຢູ່ໃນກຸ່ມບໍລິສັດທີ່ໃຫ່ຍທີ່ສຸດຂອງຈີນ ຊໍ້າພັດບໍ່ມີຊື່ເອີ່ຍເຖິງເລີຍ.

ບົດຂ່າວຂຽນວ່າ ”ທຸລະກິດຂອງຈີນ ຖືກກຳເນີດຂຶ້ນມາຈາກໂຄງສ້າງທີ່ແຂງກະດ້າງ ຂອງລະບົບເສດຖະກິດທີ່ເກົ່າແກ່. ດ້ວຍຄວາມຫວັງຈະໃຫ້ພົ້ນອອກຈາກຄວາມທຸກຈົນ, ແລ່ນນຳຄວາມຫວັງທາງທຸລະກິດ. ພວກເຂົາໄດ້ນຳເອົາຊີວິດໃໝ່ໃນການບູລະນະເສດຖະກິດຂອງຈີນ ແລະ ກຳລັງນຳພາບໍລິສັດ ໄປຕາມຂໍ້ກຳນົດໃນການພັດທະນາ ແລະ ປະຕິບັດຕາມກົນໄກຕະຫຼາດ”.

ບົດວິຈານດັ່ງກ່າວໄດ້ເຮັດໃຫ້ຄວາມກັງວົນກ່ຽວກັບ Tencent ນັ້ນກາຍເປັນເປົ້າໝາຍຄວບຄຸມຂອງເຈົ້າໜ້າທີ່ຂອງຈີນ ຕໍ່ກັບຂະແໜງເທັກໂນໂລຊີ. ຫຸ້ນຂອງບໍລິສັດ Tencent ແລະ Xiaomi ໃນວັນນີ້ ເພີ່ມຂຶ້ນ 2%.

ຂະນະນີ້, ລັດຖະບານຈີນເລັ່ງໃສ່ຄວບຄຸມບໍລິສັດ Alibaba ແລະ Ant Group ຂອງ Jack Ma ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ບໍລິສັດເອກະຊົນທີ່ເຄີຍຄອບງຳຊີວິດຂອງຊາວຈີນມາກ່ອນ.

ໃນຫວ່າງບໍ່ດົນມານີ້, Jack Ma ບໍ່ໄດ້ເປັນທີ່ຈັບໃຈຂອງທາງການຈີນເລີຍ, ພາຍຫຼັງເຂົາໄດ້ອອກມາຕຳນິວິຈານທາງການລັດຖະບານຈີນໃນຫວ່າງເດືອນຕຸລາປີກາຍນີ້. ຫຼັງຈາກນັ້ນກໍຫາໜ້າຫາຍຕາ ມິດງຽບໄປ. ຈົນເຖິງຂະນະນີ້ ບໍ່ທັນຮູ້ວ່າອະນາຄົດຂອງເສດຖີຄົນນີ້ຈະເປັນແນວໃດ.