ລາວກຽມເປັນເຈົ້າພາບຈັດ ການແຂ່ງຂັນເຈັດສະກີນາໆຊາດ

ອີງຕາມຂໍ້ມູນຂອງສະຫະພັນກິລາເຈັດສະກີລາວ ແລະ ລາວວິເຊິນ ເປີດເຜີຍວ່າ: ລາວກຽມເປັນເຈົ້າພາບຈັດການແຂ່ງຂັນກິລາເຈັດສະກີ ລະດັບນາໆຊາດ ລະຫວ່າງວັນທີ 1-3 ມິຖຸນາ 2018 ທີ່ແດນສະຫວັນນ້ຳງື່ມຣີສອດ ແຂວງວຽງຈັນ.
ສຳລັບງານດັ່ງກ່າວຈະມີນັກແຂ່ງລະດັບໂລກ ແລະ ພາຍໃນມາຮ່ວມສະແດງຄວາມສາມາດໃຫ້ແຟນໆຊາວລາວ ພ້ອມທັງກິດຈະກຳອັນຫລາກຫລາຍ ແລະ ຄອນເສີດມາໃຫ້ທ່ານສຳຜັດ.

