ເດ ເຄອາ ຕໍ່ສັນຍາ ແມນເຊັສເຕີ ຢູໄນເຕັດ 5 ປີ

ດາວິດ ເດ ເຄອາ ຜູ້ຮັກສາປະຕູຂອງ ແມນເຊັສເຕີ ຢູໄນເຕັດ ສ້າງສະຖິຕິຮັບຄ່າຈ້າງຫລາຍທີ່ສຸດເປັນອັນດັບ 2 ຂອງທີມເປັນຮອງ ອາເລັກຊິສ ຊານເຊຊ ເມື່ອຕົ້ນສັງກັດເລັ່ງຈັບຕໍ່ສັນຍາຍາວ 5 ປີໃຫ້ສຳເລັດກ່ອນເຖິງເຕະບານໂລກ 2018 ສະເໜີຄ່າເມື່ອຍໃຫ້ 350.000 ປອນຕໍ່ອາທິດ.
ຢູໄນເຕັດ ເລີ່ມເປີດໂຕະເຈລະຈາກັບຜູ້ຮັກສາປະຕູ ອາຍຸ 25 ປີແລ້ວ ແລະ ໝັ້ນໃຈວ່າຈະເຮັດໄດ້ສຳເລັດ. ແຫລ່ງຂ່າວແຫ່ງໜຶ່ງເປີດເຜີຍວ່າ ຊະລາຕັນ ຍ້າຍອອກໄປແລ້ວ ແລະ ເຮັດໃຫ້ເພດານຄ່າຈ້າງມີພື້ນທີ່ຫວ່າງຂຶ້ນໄປອີກ ແລະ ຢູໄນເຕັດ ບໍ່ຕ້ອງການປ່ອຍໃຫ້ຍືດເຍື້ອ ແລະ ສະແດງໃຫ້ເຫັນວ່າ ດາວິດ ຈະບໍ່ຍ້າຍໄປໃສ.
ເດ ເຄອາ ສັນຍາປັດຈຸບັນຮັບຢູ່ 210.000 ປອນຕໍ່ອາທິດ ເກືອບໄດ້ຍ້າຍໄປ ຣີລ ມາດຣິດ ໃນວັນສຸດທ້າຍຂອງຕະຫລາດຊື້ຂາຍໃນປີ 2015 ແຕ່ເຈລະຈາຫລົ້ມເຫລວໃນນາທີສຸດທ້າຍ ແລະ ເຖິງວ່າ ຣີລ ມາດຣິດ ຍັງມີຂ່າວລືຕ້ອງການຊື້ ເດ ເຄອາ ອີກເປັນໄລຍະ ແຕ່ເຂົ້າໃຈວ່າເລີ່ມຫັນໄປເບິ່ງທາງເລືອກອື່ນ ແຕ່ມີຄວາມເປັນໄປໄດ້ຫລາຍກວ່າ.

