ຜົນກອງປະຊຸມຄະນະກຳມະການສູນກາງແນວລາວສ້າງຊາດຄັ້ງທີ 3 ສະໄໝທີ X

ກອງປະຊຸມສະໄໝສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດຄັ້ງທີ 3 ສະໄໝທີ X ໄດ້ອັດລົງໃນວັນທີ 16 ມີນານີ້, ພາຍຫລັງດໍາເນີນມາເປັນເວລາ 2 ວັນ, ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີຜູ້ຕາງໜ້າຈາກອົງການພາຄີ, ກຳມະການສູນກາງແນວລາວ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈໍານວນຫລາຍ.
ກອງປະຊຸມໄດ້ທົບທວນຜົນສຳເລັດ ແລະ ຂໍ້ຄົງຄ້າງຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງຜ່ານມາ, ເພື່ອສ້າງເງື່ອນໄຂໃຫ້ກຳມະການສູນກາງແນວລາວສ້າງຊາດນັບແຕ່ສູນກາງ, ທ້ອງຖິ່ນ ແລະ ຢູ່ຕ່າງປະເທດໄດ້ພົບປະແລກປ່ຽນບົດຮຽນຕົວຈິງໃນການເຄື່ອນໄຫວວຽກງານຂອງຕົນ ກໍຄືນຳເອົາຄວາມມຸ້ງມາດປາດຖະໜາ, ຄວາມຂັດຂ້ອງໝອງໃຈຂອງປະຊາຊົນບັນດາເຜົ່າຢູ່ແຕ່ລະທ້ອງຖິ່ນມາຄົ້ນຄວ້າ, ໂດຍຜູ້ແທນໄດ້ຮັບຟັງລາຍງານ 6 ວຽກສຳຄັນຄື: ບົດສະຫລຸບຕີລາຄາການເຄື່ອນໄຫວວຽກງານຂອງຄະນະກຳມະການສູນກາງແນວລາວສ້າງຊາດໜຶ່ງປີຜ່ານມາ ແລະ ທິດທາງການເຄື່ອນໄຫວໃນຕໍ່ໜ້າ, ບົດສະຫລຸບຕີລາຄາປະເມີນຜົນກ່ຽວກັບວຽກງານສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ, ຮັບຟັງການປະກອບຄຳເຫັນຂອງອົງການພາຄີ, ການປະກອບຄຳເຫັນຂອງກະຊວງໂຍທາທິການ ແລະ ຂົນສົ່ງໃນຫົວຂໍ້: “ຄວາມຄືບໜ້າໃນການກໍ່ສ້າງທາງລົດໄຟລາວ-ຈີນ”, ກະຊວງກະສິກຳ-ປ່າໄມ້ ຫົວຂໍ້: “ການພັດທະນາຊົນນະບົດຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ”, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຫົວຂໍ້: “ຂະບວນການເປີດປີທ່ອງທ່ຽວລາວ 2018”. ນອກນັ້ນ ຍັງໄດ້ຮັບຟັງການປະກອບຄຳເຫັນຂອງກຳມະການສູນກາງແນວລາວສ້າງຊາດຈາກປະເທດຝຣັ່ງ, ການາດາ ແລະ ອາເມລິກາ ຫົວຂໍ້ການເຕົ້າໂຮມຄວາມສາມັກຄີຂອງຄົນເຊື້ອຊາດລາວຢູ່ປະເທດດັ່ງກ່າວ, ພ້ອມທັງປະກາດແຕ່ງຕັ້ງຄະນະທີ່ປຶກສາວຽກງານເສດຖະກິດ ແລະ ກົດໝາຍ ແລະ ປະກາດແຕ່ງຕັ້ງທົດແທນກຳມະການ ສູນກາງແນວລາວສ້າງຊາດສະໄໝທີ X ທີ່ຫວ່າງລົງ.

