ແຂວງຈໍາປາສັກ ກຳນົດປ່າສະຫງວນດົງຫົວສາວ ແລະ ດົງເຊປຽນ ເປັນອຸທິຍານແຫ່ງຊາດ

ວັນທີ 17 ກຸມພາ 2022 ທີ່ນະຄອນປາກເຊ ແຂວງຈໍາປາສັກ ໄດ້ເປີດອຸທິຍານແຫ່ງຊາດດົງຫົວສາວ ແລະ ອຸທິຍານແຫ່ງຊາດເຊປຽນ ໂດຍພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ ກະຊວງປ້ອງກັນປະເທດ, ທ່ານນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ເຈົ້າແຂວງ ສາ ລະວັນ, ເຊກອງ, ອັດຕະປື ແລະ ແຂວງຈຳປາສັກ, ຮອງເຈົ້າແຂວງສະຫວັນນະເຂດ, ການນໍາຈາກສູນກາງ ແລະ ພະແນກການກ່ຽວຂ້ອງຂອງແຂວງ ພ້ອມດ້ວຍຜູ້ປະກອບການເຂົ້າຮ່ວມ.

ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ກ່າວວ່າ: ອຸທິຍານແຫ່ງຊາດ ດົງຫົວສາວ ມີຄວາມໂດດເດັ່ນ ທິວທັດທຳມະຊາດສວຍງາມ ມີພູພຽງ, ພູສູງ, ສາຍນໍ້າຫລາຍສາຍລວມທັງມີນ້ຳຕົກຕາດຫລາຍແຫ່ງ ແລະ ຄວາມອຸດົມສົມບູນທັງສັດນ້ໍາ-ສັດປ່າ, ດອກກຸຫລາບພັນປີ ທີ່ຫາຍາກ, ເປັນທີ່ຍອມຮັບຂອງສາກົນ ວ່າເປັນອຸດທິຍານ ທີ່ອຸດົມສົມບຸນໄປດ້ວຍຊີວະນາໆພັນອັນລ້ຳຄ່າ, ເປັນບ່ອນຢູ່ອາໄສຂອງສັດປ່າ ແລະ ມີຫລາຍຊະນິດພັນໄມ້ໃນລະບົບນິເວດປ່າໄມ້
ເຂດຮ້ອນ ທີ່ມີຄຸນຄ່າດ້ານຊີວະວິທະຍາ ແລະ ມີຄວາມສໍາຄັນຕໍ່ວົງຄະນະຍາດແຫ່ງຊາດ ແລະ ໃນໂລກ.
ສ່ວນອຸທິຍານແຫ່ງຊາດ ເຊປຽນ ມີຄວາມໂດດເດັ່ນດ້ານຊະນິດພັນສັດປ່າ ເຊັ່ນຕະກຸນລີງ ທະນີ, ນົກນ້ໍາຂະໜາດໃຫຍ່ ແລະ ປ່າດົງດິບເຂດຮາບພຽງຂະໜາດໃຫຍ່ ປະເພດປ່າແຄມນໍ້າ ເປັນທີ່ຢູ່ອາໄສທີ່ມີຄຸນຄ່າຕໍ່ສັດນ້ຳ-ສັດປ່ານາໆຊະນິດ. ໃນຂອບເຂດປ່າສະຫງວນເຊປຽນ ໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາຊົນສ້າງຄຸນຄ່າ ແລະ ປະໂຫຍດຈາກຄວາມອຸດົມສົມບູນຂອງລະບົບນິເວດຕິດພັນກັບການອະນຸລັກ ປົກປັກຮັກສາປ່າສະ ຫງວນແຫ່ງຊາດ.

