ຊາວຊີຣີຫລັ່ງໄຫລອົບພະຍົບ ອອກຈາກເຂດກູຕາຕາເວັນອອກ

ກອງທັບຊີຣີສາມາດຍຶດພື້ນທີ່ໃນເຂດກູຕາຕາເວັນອອກ ທີ່ຢູ່ນອກນະຄອນຫລວງດາມັດກັດໄດ້ຫລາຍກວ່າ 70%. ຂະນະທີ່ພົນລະເຮືອນເກືອບ 20.000 ຄົນ ໄດ້ຮັບໂອກາດໃຫ້ອົບພະຍົບອອກຈາກພື້ນທີ່ ແລະ ການຊ່ວຍເຫລືອຈາກພາຍນອກຫລັ່ງໄຫລເຂົ້າສູ່ສະໜາມຣົບແລ້ວ.
Civilians continue to flee war-torn Eastern Ghouta via humanitarian corridor pic.twitter.com/QpNneV5V1M
— Ruptly (@Ruptly) March 15, 2018
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງດາມັດກັດ ປະເທດຊີຣີ ໃນວັນທີ 16 ມີນາວ່າ: ອົງການສັງເກດການດ້ານສິດທິມະນຸດຊີຣີ (SOHR) ລາຍງານໃນວັນທີ 15 ມີນາວ່າ: ຈຳນວນຜູ້ເສຍຊີວິດຈາກການສູ້ຮົບໃນເຂດກູຕາຕາເວັນອອກ ນອກນະຄອນຫລວງດາມັດກັດ ທີ່ຍືດເຍື້ອມາແຕ່ວັນທີ 18 ກຸມພາຜ່ານມາ ມີຢ່າງໜ້ອຍ 1.260 ຄົນ ໃນຈຳນວນນີ້ປະມານ 20% ເປັນເດັກນ້ອຍ ແລະ ວັນທີ 19 ກຸມພາ ເປັນວັນທີ່ມີຜູ້ເສຍຊີວິດຫລາຍທີ່ສຸດພາຍໃນວັນດຽວ ຄື 127 ຄົນ. ຂະນະທີ່ເຮືອບິນຮົບຂອງກອງທັບຣັດເຊຍເຂົ້າມາປະຕິບັດການໃນພື້ນທີ່ນັບແຕ່ວັນທີ 20 ກຸມພາເປັນຕົ້ນມາ.
ທັງນີ້ ກອງທັບຊີຣີສາມາດຄວບຄຸມພື້ນທີ່ໃນເຂດກູຕາຕາເວັນອອກ ເຊິ່ງເປັນເຂດອິດທິພົນແຫ່ງສຸດທ້າຍຂອງກຸ່ມກະບົດທີ່ຢູ່ໃກ້ກັບນະຄອນຫລວງດາມັດກັດໄດ້ແລ້ວຫລາຍກວ່າ 70% ກ່ອນມີການຫລຸດລະດັບຄວາມຮຸນແຮງຂອງການສູ້ຮົບໃນບາງເຂດທີ່ທະຫານຝ່າຍລັດຖະບານເຂົ້າໄປຍຶດຄອງໄດ້ ເປີດທາງໃຫ້ພົນລະເຮືອນອົບພະຍົບໄດ້ແລ້ວເກືອບ 20.000 ຄົນ, ແຕ່ສະຫະປະຊາຊາດ (UN) ຕີລາຄາຈຳນວນປະຊາຊົນຍັງຄ້າງຢູ່ໃນເຂດກູຕາຕາເວັນອອກປະມານ 400.000 ຄົນ.

