UN ຂໍໃຫ້ປົກປ້ອງພົນລະເຮືອນ ແລະ ຢຸດຍິງຢູ່ຊີຣີ

ທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການສະຫະປະຊາຊາດ ກ່າວຮຽກຮ້ອງໃຫ້ກຸ່ມຕ່າງຝ່າຍໃນການສູ້ຮົບທາງພາກຕາເວັນຕົກສຽງເໜືອຂອງຊີຣີ ຊ່ວຍປົກປ້ອງພົນລະເຮືອນ ແລະ ເຄົາລົບຂໍ້ຕົກລົງຢຸດຍິງ.
ກຸ່ມສິດທິມະນຸດຢູ່ຊີຣີທີ່ມີສຳນັກງານຢູ່ອັງກິດ ລາຍງານວ່າ: ການປະທະກັນສັງຫານນັກຮົບ 43 ຄົນ ແລະ ພົນລະເຮືອນ 5 ຄົນ ໃນວັນທີ 6 ພຶດສະພານີ້, ຖະແຫລງການເລຂາ UN ໄດ້ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດຕາມກົດໝາຍສາກົນດ້ານມະນຸດສະທຳ ແລະ ການປົກປ້ອງພົນລະເຮືອນ. ທ່ານ ກູເຕີເຣັສ ຮຽກຮ້ອງໃຫ້ຫລຸດຄວາມຮຸນແຮງລົງໃນໄລຍະເດືອນລໍມາດອນ ແລະ ຂໍໃຫ້ທຸກຝ່າຍປະຕິບັດຕາມຂໍ້ຕົກລົງຢຸດຍິງທີ່ໄດ້ລົງນາມກັນໄວ້ໃນວັນທີ 17 ກັນຍາ 2018 ໂດຍມີລາຍງານວ່າ: ສະຖານທີ່ບໍລິການດ້ານສາທາລະນະສຸກ 3 ແຫ່ງຖືກໂຈມຕີທາງອາກາດໃນວັນທີ 5 ພຶດສະພາ ລວມເຫດໂຈມຕີທັງໝົດຢ່າງໜ້ອຍ 7 ຄັ້ງນັບແຕ່ວັນທີ 28 ເມສາຜ່ານມາ. ນອກຈາກນີ້ ຍັງມີເຫດໂຈມຕີໂຮງຮຽນ 9 ແຫ່ງນັບແຕ່ວັນທີ 30 ເມສາຜ່ານມາ ຫລາຍໂຮງຮຽນຕ້ອງປິດຖາວອນ.

