ຈະຈັດແຂ່ງຂັນ Lao ICT 2018

ໃນວັນທີ 12 ມີນານີ້, ຢູ່ສະຖານບັນເຕັກໂນໂລຊີການສື່ສານ-ຂໍ້ມູນຂ່າວສານທີ່ນະຄອນຫລວງວຽງຈັນ, ໄດ້ຈັດພິທີຖະແຫລງຂ່າວກ່ຽວກັບການກະກຽມປະກວດ Lao ICT Award 2018, ໂດຍທ່ານ ທະວີສັກ ຫົວໜ້າກົມເຕັກໂນໂລຊີການສື່ສານ-ຂໍ້ມູນຂ່າວສານ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃຫ້ຮູ້ວ່າ: ການປະກວດ Lao ICT Award 2018 ຈະຈັດຂຶ້ນໃນກາງປີນີ້ເປັນຄັ້ງທີ 2, ຊຶ່ງຄັ້ງທຳອິດໄດ້ຈັດຂຶ້ນໃນປີທີ່ຜ່ານມາ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ໂດຍສະແດງໃຫ້ເຫັນຜູ້ໄດ້ຮັບລາງວັນສາມາດສົ່ງເຂົ້າແຂ່ງຂັນລະດັບອາຊຽນ ແລະ ສາມາດຍາດໄດ້ລາງວັນຮອງອັນດັບໜຶ່ງ ແລະ ຮອງອັນດັບສອງຂອງອາຊຽນ ແລະ ການແຂ່ງຂັນໃນປີ 2018 ແມ່ນການຈັດຮ່ວມກັນລະຫວ່າງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກັບສະມາຄົມການຄ້າໄອຊີທີລາວ, ເພື່ອເປັນການສະໜັບສະໜູນນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ ແລະ ບໍລິສັດຕ່າງໆ ໄດ້ມີໂອກາດສະແດງຄວາມສາມາດຂອງຕົນທາງດ້ານໄອຊີທີ, ພ້ອມນັ້ນຍັງເປັນການສ້າງແຮງບັນດານໃຈໃນການສົ່ງຜົນງານເຂົ້າຮ່ວມແຂ່ງຂັນໃນເວທີພາກພຶ້ນອາຊຽນ ກໍຄື: ໂຄງການ ASEAN ICT Award ແລະ ສົ່ງເສີມການພັດທະນາທາງດ້ານໄອຊີທີຂອງລາວໃຫ້ທຽບເທົ່າສາກົນ, ສຳລັບໃນປີນີ້ຈະໄດ້ແບ່ງປະເພດຜະລິດຕະພັນອອກເປັນ 7 ໝວດຄື: ພາກລັດ, ເອກະຊົນ, ເພື່ອສັງຄົມ, ເນື້ອໃນດິຈີຕອນ, ບໍລິສັດສ້າງຕັ້ງໃໝ່ດ້ານໄອຊີທີ, ຜູ້ຄົ້ນຄວ້າ ແລະ ການພັດທະນາດ້ານໄອຊີທີ, ຊຶ່ງການແຂ່ງຂັນແມ່ນຈະເປີດຮັບສະໝັກແຕ່ວັນທີ 15 ມີນາ ຫາ 31 ພຶດສະພາ 2018.

