ລມຕ ກະຊວງ ປກສ ເນັ້ນຄະນະພັກກົມ-ກອງສູນກາງ ແລະ ທ້ອງຖິ່ນ ແກ້ໄຂແຕ່ລະວຽກງານໃຫ້ເຂົ້າສູ່ລະບົບທີ່ໜັກແໜ້ນ

ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ໄດ້ກ່າວເນັ້ນຕໍ່ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2022 ແລະ ວາງທິດທາງແຜນການວຽກງານຈຸດສຸມ ປີ 2023 ໃນໂອກາດທີ່ທ່ານເຂົ້າຮ່ວມເປັນປະທານກອງປະຊຸມ ວັນທີ 15-16 ທັນວາ 2022 ນີ້ວ່າ: ບັນດາຄະນະພັກກະຊວງ, ກົມ-ກອງຂັ້ນສູນກາງ ແລະ ທອງຖິ່ນ ເອົາໃຈໃສ່ຢ່າງຕັ້ງໜ້າໃນການຊີ້ນຳ-ນຳພາ, ບັນຊາຈັດຕັ້ງປະຕິບັດ ແລະ ແກ້ໄຂແຕ່ລະວຽກງານຢ່າງໃກ້ຊິດ ເພື່ອຮັບປະກັນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງກຳລັງປ້ອງກັນຄວາມສະຫງົບ ໃນປີ 2023 ໃຫ້ເຂົ້າສູ່ລະບົບທີ່ໜັກແໜ້ນ ແລະ ເຂັ້ມແຂງ.
ບັນດາຮອງລັດຖະມົນຕີ, ກົມໃຫຍ່ ພ້ອມດ້ວຍກົມກອງອ້ອມຂ້າງ ກະຊວງ ປກສ ນວ ແລະ ບັນດາ ປກສ ແຂວງໃນຂອບເຂດທົ່ວປະເທດ ໄດ້ສຸມໃສ່ຄົ້ນຄວ້າປະກອບຄຳເຫັນໃສ່ເນື້ອໃນຕ່າງໆຂອງກອງປະຊຸມ, ເຊິ່ງໄດ້ຍົກໃຫ້ເຫັນດ້ານດີຕັ້ງໜ້າ, ຜົນງານທີ່ໄດ້ເຮັດສຳເລັດ ແລະ ບັນດາຈຸດອ່ອນທີ່ຍັງຄົງຄ້າງ, ພ້ອມທັງວິທີການແກ້ໄຂ ແລະ ເປັນເອກະພາບຕໍ່ທິດທາງວຽກງານທີ່ຈະສຸມໃສ່ຊີ້ນຳ-ນຳພາໃນປີ 2023 ນີ້, ຕໍ່ກັບຜົນງານດັ່ງກ່າວ ກໍ່ຍ້ອນມີການຊີ້ນໍາ-ນໍາພາ, ບັນຊາຂອງຄະນະພັກກະຊວງ ແຕ່ລະວຽກງານຢ່າງໃກ້ຊິດ, ເປັນປະຈໍາ, ຍ້ອນມີຄວາມຕັດສິນໃຈ ແລະ ຄວາມຮັບຜິດຊອບສູງຂອງຄະນະພັກແຕ່ລະຂັ້ນ ບວກກັບການປະກອບສ່ວນຢ່າງຕັ້ງໜ້າຂອງນາຍ ແລະ ພົນຕໍາຫຼວດ, ອໍານາດການປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າເຮັດໃຫ້ວຽກງານດ້ານຕ່າງໆມີຜົນສໍາເລັດ.
ຄຽງຄູ່ກັບຜົນສໍາເລັດຫຼາຍດ້ານ ແລະ ຄວາມພະຍາຍາມໃນການຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ ຍັງຈະມີຫຼາຍດ້ານທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂໃນຕໍ່ໜ້າ. ດັ່ງນັ້ນ, ເພື່ອຮັບປະກັນໃຫ້ບັນດາເຫດການ ການເມືອງທີ່ສໍາຄັນຂອງ ພັກ-ລັດ ແລະ ສະພາແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດ, ດໍາເນີນໄປດ້ວຍຄວາມປອດໄພ ແລະ ທັງເປັນການປັບປຸງແບບແຜນ, ການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງກໍາລັງປ້ອງກັນຄວາມສະຫງົບ ໃນປີ 2023 ໃຫ້ເຂົ້າສູ່ລະບົບທີ່ໜັກແໜ້ນ; ພົອ ວິໄລ ຫຼ້າຄຳຟອງ ໄດ້ມີຄໍາເຫັນໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານ ແລະ ໄຊຊະນະ ທີ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດ ທຸກເຫຼົ່າຮົບທີ່ຍາດໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ນາຍ ແລະ ພົນຕໍາຫຼວດ ໃນກໍາລັງປ້ອງກັນຄວາມສະຫງົບ ຈົ່ງພ້ອມກັນສືບຕໍ່ບັນດາວຽກງານດັ່ງນີ້: ສືບຕໍ່ວຽກງານຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ, ວຽກງານປັບປຸງກໍ່ສ້າງພັກ, ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ, ວຽກງານຮັບປະກັນດ້ານພະລາທິການເຕັກນິກ ແລະ ວຽກງານພົວພັນຕ່າງປະເທດ. ເຊີ່ງນັ້ນກໍ່ແມ່ນວຽກງານທີ່ຄະນະ ພັກ-ຄະນະບັນຊາ ແຕ່ລະຂັ້ນ, ນາຍ ແລະ ພົນຕໍາຫຼວດ ຈະຕ້ອງໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ຕິດພັນກັບການເຊີດຊູນໍ້າໃຈຮັກຊາດ, ສະຕິເປັນເຈົ້າຕົນເອງ, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກ ແລະ ແບບແຜນດໍາລົງຊີວິດ ໃຫ້ມີຄວາມປອດໃສ ແລະ ເຂັ້ມງວດ, ເຊີດຊູຄວາມຮັບຜິດຊອບ, ຕັ້ງໜ້າບຸກບືນ ເພື່ອຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍຕ່າງໆ, ເປັນເຈົ້າການໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍບັນດາມະຕິ ທີ່ຄະນະພັກກະຊວງປ້ອງກັນຄວາມສະຫງົບວາງອອກ ໃຫ້ມີຜົນສໍາເລັດ.
ນອກນີ້, ຍັງຕ້ອງສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ບັນລຸຄາດໝາຍ (ໄລຍະທີ 2 ) ແລະ ກະກຽມຂໍ້ມູນຜ່ານການຈັດຕັ້ງປະຕິບັດ ເພື່ອເປັນພື້ນຖານຮັບໃຊ້ໃຫ້ການສະຫຼຸບວຽກງານດັ່ງກ່າວໃນປີ 2023; ບັນຫາທີ່ສະມາຊິກສະພາໄດ້ຍົກຂຶ້ນໃນກອງປະຊຸມສະ ໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ນັ້ນ ບັນຫາໃດກ່ຽວຂ້ອງກັບຄວາມຮັບຜິດຊອບໃຫ້ສຸມໃສ່ປັບປຸງ ແລະ ແກ້ໄຂ.
ທັງໝົດນັ້ນ, ແມ່ນໜ້າວຽກຈຳນວນໜຶ່ງ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນທ້າຍເດືອນ ແລະ ປີ 2023 ເພື່ອເຮັດໃຫ້ບັນດາໜ້າວຽກດັ່ງກ່າວ ໄດ້ຮັບການຜັນຂະຫຍາຍຖືກທິດ, ຫວັງວ່າບັນດາສະຫາຍ ຈະເຊີດຊູຄວາມຮັບຜິດຊອບ, ຕັ້ງໜ້າບຸກບືນ ເພື່ອຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ, ເປັນເຈົ້າການ ແລະ ມີຄວາມຕັ້ງໜ້າໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ມີຜົນສຳເລັດ.

