ໂອຕຣິດເຂັ້ມງວດສະຖານເອກອັກ ຄະລາຊະທູດທຸກແຫ່ງໃນວຽນນາ

ສຳນັກງານຕຳຫລວດນະຄອນຫລວງວຽນນາຍົກລະດັບມາດຕະການຮັກສາຄວາມປອດໄພສະຖານເອກອັກຄະລາຊະທູດ ແລະ ສຳນັກງານການທູດທຸກແຫ່ງໃນເມືອງຫລວງຂອງໂອຕຣິດ, ພາຍຫລັງເຈົ້າໜ້າທີ່ວິສາມັນຜູ້ຊາຍໃຊ້ມີດທຳຮ້າຍທະຫານ ເຊິ່ງອາລັກຂາເຮືອນພັກເອກອັກຄະລາຊະທູດອີຣານ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວຽນນາ ປະເທດໂອຕຣິດ ໃນວັນທີ 12 ມີນາວ່າ: ສຳນັກງານຕຳຫລວດນະຄອນບານນະຄອນຫລວງວຽນນາ ອອກຖະແຫລງການໃນວັນທີ 12 ມີນາ ຍົກລະດັບມາດຕະການຮັກສາຄວາມປອດໄພສະຖານເອກອັກຄະລາຊະທູດ ແລະ ອາຄານສຳນັກງານດ້ານການທູດທຸກແຫ່ງໃນເມືອງຫລວງຂອງໂອຕຣິດ ໂດຍມາດຕະການດັ່ງກ່າວເກີດຂຶ້ນພາຍຫລັງທະຫານ ເຊິ່ງຢືນປະຈຳການຢູ່ໜ້າເຮືອນພັກຂອງເອກອັກຄະລາຊະທູດອີຣານປະຈຳນະຄອນຫລວງວຽນນາ ວິສາມັນຜູ້ຊາຍຊາວໂອຕຣິດ ອາຍຸ 26 ປີ ເສຍຊີວິດຄາທີ່ ຫລັງອີກຝ່າຍບຸກໃຊ້ມີດໂຈມຕີທຳຮ້າຍເຈົ້າໜ້າທີ່.
https://twitter.com/PressTV/status/973072276127207424
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ຍັງຄົງສືບສວນເພື່ອຄົ້ນຫາແຮງຈູງໃຈໃນການກໍ່ເຫດຂອງຄົນຮ້າຍ ແລະ ຍັງບໍ່ມີການຕັ້ງສົມມຸດຖານວ່າເປັນການກໍ່ການຮ້າຍ ຫລື ບໍ່. ຂະນະທີ່ຖະແຫລງການຂອງກະຊວງປ້ອງກັນປະເທດໂອຕຣິດລະບຸວ່າ: ເຈົ້າໜ້າທີ່ໄດ້ຮັບບາດເຈັບເລັກໜ້ອຍ ແລະ ການຍິງລູກປືນອອກໄປຢ່າງໜ້ອຍ 4 ລູກ ເປັນການປະຕິບັດຕາມກົດໝາຍ. ທັງນີ້ ເຫດການດັ່ງກ່າວເກີດຂຶ້ນພຽງບໍ່ເທົ່າໃດຫລັງເກີດເຫດຄົນຮ້າຍໃຊ້ມີດໄລ່ແທງປະຊາຊົນ 2 ຄັ້ງໃນນະຄອນຫລວງວຽນນາ ໂດຍເຫດການໜຶ່ງສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບ 3 ຄົນ ແລະ ເຈົ້າໜ້າທີ່ຈັບກຸມຄົນຮ້າຍເປັນຜູ້ຊາຍຊາວອັບການິດສະຖານ ອາຍຸ 23 ປີ.

