ທ່ານ ໂດນັນ ທຣຳ ຕອບຮັບຄຳເຊີນ ພົບກັບ ຜູ້ນຳ ສປປ ເກົາຫລີ

ປະທານາທິບໍດີ ໂດນັນ ທຣຳ ຕອບຮັບຄຳເຊີນຂອງທ່ານ ກິມ ຈອງອິນ ໃນການພົບປະຫາລືຄັ້ງປະຫວັດສາດ ລະຫວ່າງຜູ້ນຳ ອາເມລິກາ ກັບຜູ້ນຳສູງສຸດຂອງ ສປປ ເກົາຫລີ ທີ່ຈະມີຂຶ້ນພາຍໃນເດືອນພຶດສະພານີ້.
WATCH: North Korea's Kim Jong Un "expressed his eagerness to meet President Trump as soon as possible,” South Korea's national security adviser says. https://t.co/j22SqkRhBS pic.twitter.com/KBJrcOM33Y
— NBC News (@NBCNews) March 9, 2018
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດສະຫະລັດອາເມລິກາ ໃນວັນທີ 8 ມີນາວ່າ: ທ່ານ ຊອນ ອາວີຍອງ ທີ່ປຶກສາດ້ານຄວາມໝັ້ນຄົງປະຈຳທຳນຽບປະທານາທິບໍດີ ສ.ເກົາຫລີ ຖະແຫລງໃນວັນທີ 8 ມີນາ ຫລັງພົບປະຫາລືກັບ ພົນໂທ ເຮີເບິດ ແມກມາສເຕີ ທີ່ປຶກສາດ້ານຄວາມໝັ້ນຄົງປະຈຳທຳນຽບຂາວ ວ່າຈະມີການພົບປະຫາລືຄັ້ງປະຫວັດສາດ ລະຫວ່າງປະທານາທິບໍດີ ໂດນັນ ທຣຳ ກັບທ່ານ ກິມ ຈອງອິນ ເຖິງວ່າຍັງບໍ່ມີການກຳນົດໄລຍະເວລາ ແລະ ສະຖານທີ່ຢ່າງເປັນທາງການ, ແຕ່ທຸກຝ່າຍທີ່ກ່ຽວຂ້ອງເຫັນພ້ອມກັນໃນເບື້ອງຕົ້ນວ່າ ພາຍໃນເດືອນພຶດສະພານີ້.
ທັງນີ້ ການພົບປະຫາລືດັ່ງກ່າວຈະຖືເປັນຄັ້ງທຳອິດຢ່າງເປັນທາງການ ລະຫວ່າງຜູ້ດຳລົງຕຳແໜ່ງປະທານາທິບໍດີອາເມລິກາກັບຜູ້ນຳສູງສຸດຂອງ ສປປ ເກົາຫລີ ແລະ ຈະເກີດຂຶ້ນປະມານ 1 ເດືອນພາຍຫລັງການພົບປະຫາລືຄັ້ງສຳຄັນລະຫວ່າງປະທານາທິບໍດີ ມຸນ ແຈອິນ ຜູ້ນຳ ສ.ເກົາຫລີ ກັບທ່ານ ກິມ ຈອງອິນ ຢູ່ມຸນຈອມ ເຂດປອດທະຫານ ເຊິ່ງແນ່ນອນແລ້ວວ່າຈະເກີດຂຶ້ນໃນທ້າຍເດືອນເມສານີ້.

