ທົ່ວປະເທດມີຄະດີກ່ຽວກັບສິ່ງແວດລ້ອມ ເກີດຂຶ້ນ 10 ກວ່າກໍລະນີ

ທ່ານພັນໂທ ສິງປະດິດ ບັນດານສຸກ ຮອງຫົວໜ້າກົມຕຳຫລວດສິ່ງແວດລ້ອມກະຊວງປ້ອງກັນຄວາມສະຫງົບໄດ້ລາຍງານຕໍ່ກອງປະຊຸມສະຫລຸບວຽກງານປະຈໍາປີ 2017 ທີ່ຈັດຂຶ້ນໃນວັນທີ 19 ກຸມພານີ້ວ່າ: ໃນປີຜ່ານມາ, ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານ, ນັກຮົບປະຕິບັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ, ສະແດງອອກຄື: ໃນທົ່ວປະເທດມີຄະດີສິ່ງແວດລ້ອມເກີດຂຶ້ນທັງໝົດ 12 ກໍລະນີ, ກັກຕົວຜູ້ຕ້ອງຫາໄດ້ 24 ຄົນ (ຕ່າງປະເທດ 5 ຄົນ) ໃນຂໍ້ຫາທຳລາຍປ່າໄມ້. ນອກນີ້ ຍັງໄດ້ລົງກວດກາບັນດາບໍລິສັດ, ໂຮງຈັກ-ໂຮງງານ ແລະ ຟາມລ້ຽງສັດຕ່າງໆ 16 ຄັ້ງ, ໄດ້ແກ້ໄຂໂຮງງານທີ່ມີການລັກລອບປຸງແຕ່ງທາດເຄມີຢູ່ບ້ານເມືອງນ້ອຍເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ແກ້ໄຂເຄື່ອງຕັດໄມ້ (ຈັກສະຕິນ) ທີ່ວາງຂາຍຕາມທ້ອງຕະຫລາດ ແລະ ຫ້າງຮ້ານທີ່ບໍ່ໄດ້ຮັບອະນຸຍາດ ສາມາດຍຶດຈັກສະຕິນ 32 ເຄື່ອງ, ພ້ອມທັງລົງເກັບກຳຂໍ້ມູນຢູ່ບັນດາກະຊວງ, ໂຮງຈັກ-ໂຮງງານ, ຟາມລ້ຽງສັດ 62 ຄັ້ງ ແລະ ໃນຕໍ່ໜ້ານີ້, ຈະເພີ່ມທະວີເອົາໃຈໃສ່ວຽກງານຕິດຕາມສະພາບການພັດທະນາຕ່າງໆ ເພື່ອຮັບປະກັນໃຫ້ສອດຄ່ອງຕາມລະບຽບກົດໝາຍ ແລະ ບໍ່ກະທົບຕໍ່ສະພາບແວດລ້ອມ ແລະ ສັງຄົມ.

