ດ່ານພາສີສາກົນນໍ້າພາວເກັບລາຍຮັບບໍ່ໄດ້ຕາມແຜນຍ້ອນສິນຄ້າຫລຸດລົງ


ໄລຍະ 8 ເດືອນຕົ້ນປີນີ້, ດ່ານພາສີສາກົນນໍ້າພາວ ແຂວງບໍລິຄຳໄຊ ເກັບລາຍຮັບເຂົ້າງົບໄດ້ພຽງ 211 ຕື້ກວ່າກີບ, ຫລຸດລົງ 10,53% ຂອງແຜນການ ຍ້ອນສິນຄ້າທີ່ເປັນລາຍຮັບຕົ້ນຕໍມີລັກສະນະຫລຸດລົງ ເຊັ່ນ: ການນຳເຂົ້ານ້ຳມັນເຊຶ້ອໄຟ ແລະ ສິນຄ້າສ່ວນໃຫຍ່ໃນຮູບແບບສົ່ງເສີມການລົງທຶນ ແລະ ຍົກເລີກການເກັບຄ່າຊັກພິເສດ.
ຮອງຫົວໜ້າດ່ານພາສີດັ່ງກ່າວ ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ການຈັດເກັບລາຍຮັບໄດ້ຕາມຄາດໝາຍ, ດ່ານຈະຕ້ອງໄດ້ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວພະນັກງານ, ປັບປຸງແບບແຜນວິທີນໍາພາ, ວິທີເຮັດວຽກໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບລະບຽບກົດໝາຍ, ເພີ່ມທະວີຄຸ້ມຄອງໃນການກວດກາສິນຄ້າອອກ-ເຂົ້າຜ່ານດ່ານໃຫ້ມີຄວາມເຂັ້ມງວດ ແລະ ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຂອງພະນັກງານຢູ່ແຕ່ລະ ດ່ານພາສີທ້ອງຖິ່ນ ແລະ ດ່ານພາສີປະເພນີ ໃຫ້ມີຄວາມໂປ່ງໃສ, ບໍລິການວ່ອງໄວ ແລະ ເພີ່ມທະວີການຄຸ້ມຄອງລາຍຮັບໃຫ້ດີຂຶ້ນກວ່າເກົ່າ.

ພ້ອມກັນນີ້ ກໍຈະຕ້ອງໄດ້ສຸມໃສ່ຕ້ານ ແລະ ສະກັດກັ້ນການລັກລອບສິນຄ້າໜີພາສີທຸກຮູບແບບ, ປະສານສົມທົບກັບອົງການການປົກຄອງທ້ອງຖິ່ນແຕ່ລະຂັ້ນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງໃຫ້ກົມກ່ຽວ ພ້ອມທັງເຂັ້ມງວດນຳໃຊ້ມາດຕະການຕໍ່ຜູ້ລະເມີດ ແລະ ຫັຍໄປສູ່ການນຳໃຊ້ເຄື່ອງມື ທີ່ທັນສະໄໝເຂົ້າໃນວຽກງານພາສີໃຫ້ມີປະສິດທິຜົນສູງ.

