ແຕ່ລະປີມີ 40 ຄົນ ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ແລະ ຍັງມີລະເບີດລູກຫວ່ານບໍ່ທັນແຕກປະມານ 80 ລ້ານໜ່ວຍ

ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວໃນໂອກາດເຂົ້າຮ່ວມ ເປີດການຮ່ວມມື ກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລະຫວ່າງ ກະຊວງປ້ອງກັນປະເທດ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ສ.ຣັດເຊຍ ຢູ່ທີ່ເມືອງກາສີ ແຂວງວຽງຈັນ ສົກ 2023-2024 ວ່າ: ໃນສະໄໝສົງຄາມຮຸກຮານລາວ ແຕ່ປີ 1964-1973, ຖ້ຽວບິນຂອງອາເມຣິກາໄດ້ຂົນລະເບີດ ມາຖິ້ມໃສ່ແຜ່ນດິນປະເທດລາວ 580.000 ຖ້ຽວ ບັນຈຸລູກລະເບີດ ເກືອບ 3 ລ້ານໂຕນ, ໃນນັ້ນຄາດຄະເນວ່າມີລະເບີດລູກຫວ່ານຫຼື ບົ່ມບີ່ຊະນິດຕ່າງໆ ປະມານ 270 ລ້ານໜ່ວຍ, ຕາມການ ວິຊາການຈາກປະເທດທີ່ມາຮຸກຮານຢັ້ງຢືນວ່າ ລະເບີດຈຳນວນນີ້ຍັງມີເຖິງ 30% ບໍ່ທັນແຕກ ແລະ ຢັ່ງຢາຍຢູ່ຕາມພື້ນທີ່ຕ່າງໆໃນຂອບເຂດທົ່ວປະເທດ.

ພາຍຫລັງສົງຄາມໄດ້ສິ້ນສຸດລົງໄດ້ມີຜູ້ຮັບບາດເຈັບ ແລະ ເສຍຊີວິດຫລາຍກວ່າ 50.000 ຄົນ ແລະ ຫລາຍໆຄົນກໍກາຍເປັນຄົນພິການຢ່າງຖາວອນ, ສະເລ່ຍແລ້ວມາຮອດປັດຈຸບັນ, ໃນຍັງມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ 40 ຄົນຕໍ່ປີ.
ສຳລັບລູກລະເບີດ 30% ທີ່ບໍ່ທັນແຕກນັ້ນ, ມີລະເບີດລູກຫວ່ານຫຼືບົ່ມບີ່ປະມານ 80 ລ້ານໜ່ວຍ ເຊິ່ງແຂວງທີ່ມີລູກລະເບີດຫລາຍກວ່າໝູ່ແມ່ນຊຽງແຂວງ ແລະ ສະຫວັນນະເຂດ, ສາລະວັນ ແລະ ແຂວງອື່ນໆ. ບາງເຂດບໍ່ມີຂໍ້ມູນການຖິ້ມລະເບີດ ແຕ່ພັດພົບເຫັນ ແລະ ເກີດເຫດລະເບີດແຕກໃສ່ປະຊາຊົນ.

ຍ້ອນເຫັນໄດ້ໄພອັນຕະລາຍຈາກລູກລະເບີດບໍ່ທັນແຕກ, ພັກ ແລະ ລັດຖະບານໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຊີ້ນໍາກອງກວດກູ້ລະເບີດເພື່ອມະນຸດສະທໍາ 58 ຮ່ວມມືກັບອົງການສາກົນ, ໂດຍສະເພາະກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ກໍານົດເອົາຂົງເຂດກະສິກໍາເປັນເຂດບູລິມະສິດ ເຊັ່່ນຢູ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ ແລະ ບາງພື້ນທີ່ຂອງແຂວງວຽງຈັນເພື່ອບໍ່ໃຫ້ຊາວກະສິກອນທີ່ດໍາເນີນການຜະລິດກະສິກໍາຕ້ອງເປັນຜູ້ຖືກເຄາະຮ້າຍ.