ບານເຕະຄົນພິການຕາລາວ ຊະນະ ທີມຊາດຍີ່ປຸ່ນ 2-1 ລາຍການອຸ່ນເຄື່ອງນາໆຊາດ

ບານ​ເຕະ​ຄົນ​ພິການ​ຕາ ທີ​ມຊາດ​ລາວ ສ້າງ​ຜົນງານ​ໄດ້​ຢ່າງ​ໜ້າ​ປະ​ທັບ​ໃຈ ລົງ​ສະໜາມ​ນັດ​ທຳ​ອິດ​ເອົາ​ຊະນະ ທີ​ມຊາດ​ຍີ່ປຸ່ນ ຊຸດ B ​​ໄປ​ດ້ວຍ​ຄະ​ແນນ 2-1 ​​ໃນ​ວັນ​ທີ 11 ກຸມພາ​ນີ້ ​ການ​ແຂ່ງຂັນ​ບານ​ເຕະ​ລາຍການ​ອຸ່ນ​ເຄື່ອງ​ລະດັບ​ນາໆ​ຊາດ ທີ່​ປະ​ເທດ​ຍີ່ປຸ່ນ.

​ເພື່ອ​ພັດທະນາ​ທີ​ມນັກ​ກິລາ​ທີ່​ຈະ​ມາ​ເປັນ​ທີ​ມຊາດ​ຊຸດ​ໃຫຍ່ ​ແລະ ທີ​ມຊາດ​ເຍົາວະ​ຊົນ, ສະມາຄົມ​ບານ​ເຕະ​ຄົນ​ພິການ​ຕາ​ແຫ່ງ​ປະ​ເທດ​ຍີ່ປຸ່ນ ຫລື JBFA ຈຶ່ງ​ໄດ້​ເຊີນ​ທີ​ມຊາດ​ລາວ​ມາ​ແຂ່ງຂັນ​ອຸ່ນ​ເຄື່ອງ​ລະດັບ​ນາໆ​ຊາດ​ເປັນຄັ້ງທຳ​ອິດ ລະຫວ່າງ​ວັນ​ທີ 11-12 ກຸມພານີ້ ທີ່​ສະໜາມ ZOZOPARK HONDA FOOTBALL AREA ທີ່​ເມືອງ​ຈິ​ບະ ​ແຂວງ​ຈິ​ບະ ປະ​ເທດ​ຍີ່ປຸ່ນ.

ທີ​ມຊາດ​ລາວ​ຢູ່​ອັນ​ດັບ​ 39 ຂອງ​ໂລກ ຫລັງ​ໄດ້​ຄວ້າ​ຫລຽນ​ເງິນ​ມາ​ຄອງ​ໃນ​ການ​ແຂ່ງຂັນ ASEAN RARA GAMES ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ກັນຍາ 2017, ຫລ້າ​ສຸດ​ລົງ​ແຂ່ງຂັນກັບ ທີ​ມຊາດ​ຍີ່ປຸ່ນ ທີ​ມ B ສາມາດ​ເອົາ​ຊະນະ​ໄດ້ 2-1 ປະຕູ. ສ່ວນ​ນັດ​ຕໍ່​ໄປ​ຈະ​ລົງ​ແຂ່ງຂັນ​ໃນ​ເວລາ 14:00​ ໂມງ ວັນ​ທີ 11 ກຸມພາ​ນີ້ ພົບ​ກັບ ທີ​ມຊາດ​ຍີ່ປຸ່ນ (​ເຍົາວະ​ຊົນ).