ຕວກກີ ເຄື່ອນທັບບຸກ ຊີຣີ ເພື່ອກວາດລ້າງ ກອງກຳລັງ YPG ທີ່ ອາເມລິກາ ໜູນຫລັງ

ພາຍຫລັງສົ່ງທະຫານເຂົ້າຜືນແຜ່ນດິນຊີຣີເກືອບ 2 ອາທິດ ດ້ວຍເຫດຜົນບຸກໂຈມຕີ ເພື່ອໃຫ້ກຳລັງບັນດາຫົວໜ່ວຍປົກປ້ອງປະຊາຊົນຊາວເຄຣີດ (YPG) ຖອນອອກຈາກເຂດອັບຣິນຂອງຊີຣີ.
ບັ້ນຮົບງ່າໂອລີວຂອງກອງທັບຕວກກີເລີ່ມແຕ່ວັນທີ 20 ມັງກອນຜ່ານມາ, ຂໍ້ຕົກລົງທີ່ໄດ້ຍົກອອກມາ ພາຍຫລັງອາເມລິກາແຈ້ງໃຫ້ຊາບແຜນການສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ ເຊິ່ງຄາດວ່າຈະຂະຫຍາຍພົນທະຫານ 30.000 ຄົນ ຢູ່ລຽບຕາມເສັ້ນຊາຍແດນທາງພາກເໜືອຊີຣີຕິດກັບຕວກກີ, ໃນນັ້ນມີບັນດາກົມກອງປົກປ້ອງປະຊາຊົນຊາວເຄຣີດ (YPG) ເປັນຕົ້ນ. ເລື່ອງອາເມລິກາເພີ່ມທະວີການໜູນຫລັງກຳລັງຊາວເຄຣີດທີ່ຖືກຕວກກີຈັດເຂົ້າບັນຊີລາຍຊື່ກໍ່ການຮ້າຍນັ້ນ ໄດ້ເຮັດໃຫ້ຕວກກີບໍ່ພໍໃຈ ແລະ ຖືວ່າແຜນການດັ່ງກ່າວຂອງອາເມລິກາອາດສາມາດຊ່ວຍໃຫ້ຊາວເຄຣີດສ້າງຕັ້ງລັດໃໝ່ຢູ່ຄຽງຂ້າງຕວກກີ ແລະ ນາບຂູ່ເຖິງຄວາມສະຫງົບປອດໄພຂອງປະເທດນີ້.
ເມືອງອັບຣິນຕັ້ງຢູ່ທິດຕາເວັນຕົກສຽງເໜືອຂອງຊີຣີ ຢູ່ພາຍໃຕ້ການຄວບຄຸມຂອງ YPG. ເລື່ອງຕວກກີຍິງປືນໃຫຍ່ໃສ່ອັບຣິນ ນອກຈາກເປົ້າໝາຍຜາບແຜ້ລັດທິກໍ່ການຮ້າຍແລ້ວ ແມ່ນຍັງສະກັດກັ້ນຊາວເຄຣີດທ້ອນໂຮມ 2 ເຂດດິນແດນຢູ່ທິດຕາເວັນຕົກສຽງເໜືອ ແລະ ທິດຕາເວັນອອກສຽງເໜືອເປັນເອກະພາບ ເພື່ອສ້າງຕັ້ງລັດປົກຄອງດ້ວຍຕົນເອງ ຄືດັ່ງທີ່ຊາວເຄຣີດໄດ້ປະຕິບັດຢູ່ອີຣັກໃນໄລຍະຜ່ານມາ.
ນັບແຕ່ກ່ອນມາຮອດປັດຈຸບັນ, ຕວກກີໄດ້ຄັດຄ້ານແນວຄິດກ່ຽວກັບອຳນາດການປົກຄອງຊາວເຄຣີດປົກຄອງດ້ວຍຕົນເອງຢູ່ຊີຣີຢ່າງແຮງ ຍ້ອນຈະເປັນການລະດົມກຳລັງໃຈໃຫ້ຄວາມມັກໃຫຍ່ໄຝ່ສູງທີ່ຄ້າຍຄືກັນກັບຊາວເຄຣີດຢູ່ຕວກກີ.
ຖະແຫລງການຂອງຕວກກີໄດ້ເຮັດໃຫ້ຄວາມຂັດແຍ່ງກັນລະຫວ່າງຕວກກີກັບອາເມລິກາເພີ່ມທະວີຂຶ້ນ ຍ້ອນ YPG ໄດ້ຮັບການໜູນຫລັງຈາກອາເມລິກາ.

