ລັດຖະມົນຕີຕ່າງປະເທດ ອີຣານ ກ່າວເຕືອນ ສົງຄາມເຕັມຮູບແບບ

ຮຽບຮຽງໂດຍ: ລູກເມືອງພວນ
ລັດຖະມົນຕີ ອີຣານ Zarif ປະກາດວ່າ: ອີຣານ ບໍ່ມັກສົງຄາມ ແຕ່ສົງຄາມເຕັມຮູບແບບອາດຈະເກີດຂຶ້ນໄດ້ ຖ້າຫາກຖືກສະຫະລັດ ຫຼື ອາຣັບຊາອຸດີ ໂຈມຕີ.
ລັດຖະມົນຕີ ການຕ່າງປະເທດ ອີຣານກ່າວຕໍ່ CNN ວັນທີ 22 ກັນຍາວ່າ: “ ຂ້າພະເຈົ້າປະກາດຢ່າງເຄັ່ງຂຶມວ່າ: ພວກເຮົາບໍ່ມັກສົງຄາມ, ພວກເຮົາບໍ່ຢາກເຂົ້າຮ່ວມການປະເຊີນໜ້າທາງທະຫານ ແຕ່ພວກເຮົາຈະບໍ່ລັບຕານີ້ງເສີຍ ເພື່ອປົກປັກຜືນແຜ່ນດິນຂອງຕົນ ”
ເມື່ອຖືກຖາມວ່າ: ຜົນໄດ້ຮັບທີ່ຈະເກີດຂຶ້ນຖ້າຫາກຖືກໂຈມຕີຈະເປັນແນວໃດ, ທ່ານກ່າວວ່າ: “ ການໂຈມຕີທາງການທະຫານຂອງສະຫະລັດ ຫຼື ຂອງ ອາຣັບຊາອຸດີ ຕໍ່ ອີຣານ ” ນັ້ນກໍໝາຍຄວາມວ່າ “ ສົງຄາມເຕັມຮູບແບບ ”
ຄຳປະກາດດັ່ງກ່າວຂອງ Zarif ມີຂຶ້ນໃນທ່າມກາງສະຫະລັດ ແລະ ອາຣັບຊາອຸດີ ກ່າວຫາ ອີຣານໂຈມຕີໂຮງງານກັ່ນນໍ້າມັນສອງແຫ່ງຂອງ ອາຣັບຊາອຸດີ ໃນວັນທີ 14 ກັນຍາ. ພວກແບ່ງແຍກດິນແດນ ຮຸຕິ ເຄີຍອອກມາຮັບຜິດຊອບການໂຈມຕີດັ່ງກ່າວ ແຕ່ ອາຣັບຊາອຸດີ ປະຕິເສດ ແລະ ເວົ້າວ່າ: ພວກ ຮຸຕິ ກຳລັງປົກປ້ອງ ອີຣານ.
ທ່ານ Zarif ເວົ້າວ່າ: “ ພວກເຂົາສ້າງເລື່ອງ, ພວກເຂົາຢາກຖິ້ມໂທດໃສ່ ອີຣານ ເພື່ອຈຸດປະສົງຢ່າງໃດຢ່າງໜຶ່ງ, ນັ້ນແຫຼະ ສິ່ງທີ່ຂ້ອຍຢາກເວົ້າ ວ່າມັນເປັນການຍຸແຍ່ສົງຄາມ ”.

