ອາເມລິກາຍົກເລີກການຫ້າມ ຜູ້ລີ້ໄພຈາກ 11 ປະເທດ

ລັດຖະບານວໍຊິງຕັນຍົກເລີກການຫ້າມຜູ້ລີ້ໄພຈາກກຸ່ມສ່ຽງ 11 ປະເທດເຂົ້າສູ່ອາເມລິກາ, ແຕ່ເຕືອນວ່າປະຊາຊົນກຸ່ມນີ້ຈະຕ້ອງຜະເຊີນກັບມາດຕະການກວດກາທີ່ເຂັ້ມງວດກວ່າເກົ່າ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດສະຫະລັດອາເມລິກາ ໃນວັນທີ 30 ມັງກອນວ່າ: ທ່ານນາງ ເຄິສເຈນ ນີລເຊນ ຮອງລັດຖະມົນຕີກະຊວງຄວາມໝັ້ນຄົງແຫ່ງມາຕຸພູມຂອງອາເມລິກາ (DHS) ກ່າວໃນວັນທີ 29 ມັງກອນວ່າ: ລັດຖະບານວໍຊິງຕັນຢຸດມາດຕະການຫ້າມຜູ້ລີ້ໄພຈາກກຸ່ມປະເທດສ່ຽງໃນການເດີນທາງເຂົ້າສູ່ອາເມລິກາ ເຊິ່ງຄົບກຳນົດ 90 ວັນແລ້ວ. ເຖິງຢ່າງໃດກໍຕາມ, ຜູ້ທີ່ຖືສັນຊາດໃນກຸ່ມປະເທດເຫລົ່ານັ້ນຈະຕ້ອງຜະເຊີນກັບມາດຕະການກວດກາເປັນກໍລະນີພິເສດທີ່ຈະມີຄວາມເຂັ້ມງວດຫລາຍຂຶ້ນ.
ທັງນີ້, ປະທານາທິບໍດີ ໂດນັນ ທຣຳ ມີຄຳສັ່ງໃນທ້າຍເດືອນຕຸລາປີຜ່ານມາ ໃຫ້ຢຸດການຮັບຜູ້ລີ້ໄພຈາກ 11 ປະເທດ ທີ່ຖືເປັນກຸ່ມສ່ຽງດ້ານຄວາມໝັ້ນຄົງ ເປັນເວລາ 90 ວັນ ໂດຍສ່ວນໃຫຍ່ເປັນປະເທດທີ່ຢູ່ຕາເວັນອອກກາງ ແລະ ອາຟຣິກາເໜືອ, ເຖິງວ່າທາງການອາເມລິກາຍັງບໍ່ເຄີຍມີການເປີດເຜີຍລາຍຊື່ປະເທດທັງໝົດຢ່າງເປັນທາງການ, ແຕ່ທຸກຝ່າຍຕີລາຄາໄປໃນທາງດຽວກັນວ່າ: ໄດ້ແກ່ ເອຢິບ, ອີຣັກ, ອີຣານ, ລີບີ, ມາລີ, ສປປ ເກົາຫລີ, ໂຊມາລີ, ຊູດັງໃຕ້, ຊູດັງ, ຊີຣີ ແລະ ເຢເມນ ເຊິ່ງເປັນປະເທດທີ່ມີບັນຫາດ້ານນະໂຍບາຍກັບລັດຖະບານ ທຣຳ ແລະ ເປັນປະເທດທີ່ຜູ້ນຳອາເມລິກາປະກາດຢ່າງເປີດເຜີຍຫລັງຮັບຕຳແໜ່ງໄດ້ບໍ່ດົນ ວ່າຕ້ອງການຢຸດການເຂົ້າເມືອງຂອງຜູ້ຖືສັນຊາດເຫລົ່ານີ້.
ສະຖິຕິຂອງ DHS ລະບຸວ່າ: ໄລຍະເວລາ 3 ປີຜ່ານມາ ຜູ້ລີ້ໄພຈາກ 11 ປະເທດເບື້ອງຕົ້ນມີອັດຕາສ່ວນລວມກັນຫລາຍກວ່າ 40% ຂອງຈຳນວນຜູ້ລີ້ໄພທີ່ລັດຖະບານວໍຊິງຕັນອະນຸມັດການຕັ້ງຖິ່ນຖານໃນອາເມລິກາ. ຂະນະທີ່ລັດຖະບານອາເມລິກາຊຸດກ່ອນໜ້າທ່ານ ທຣຳ ຄືໃນສະໄໝປະທານາທິບໍດີ ບາຣັກ ໂອບາມາ ກຳນົດໂກຕ້າຜູ້ລີ້ໄພສຳລັບປີງົບປະມານ 2017 ເລີ່ມເດືອນຕຸລາ 2015 ໄວ້ທີ່ 110.000 ຄົນ ກ່ອນທີ່ທ່ານ ທຣຳ ຈະຕັດລົງກວ່າເຄິ່ງໜຶ່ງໃຫ້ເຫລືອ 53.000 ຄົນ ແລະ ຈະຫລຸດລົງອີກເຫລືອ 48.000 ຄົນ ໃນປີງົບປະມານ 2018.

