ຫວຽດນາມມອບ-ຮັບປະທານອາຊຽນໃຫ້ແກ່ ບຣູໄນ

ໃນການກ່າວປິດກອງປະຊຸມລະດັບສູງອາຊຽນຄັ້ງທີ 37 ໃນຕອນບ່າຍຂອງວັນທີ 15 ພະຈິກນີ້, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ຂອງຫວຽດນາມໄດ້ກ່າວມອບ-ຮັບໜ້າທີ່ເປັນປະທານ ອາຊຽນ ໃຫ້ແກ່ ບຣູໄນ. ທ່ານກ່າວວ່າ: “ຄວາມສຳພັນ ແລະ ເປັນເຈົ້າການໃນການປັບຕົວ” ສາມາດຜ່ານຜ່າສິ່ງກີດຂວາງທັງກາລະເທສະ ແລະ ນັບທັງຮູບການປະສານສົມທົບ, ພວກເຮົາໄດ້ເຮັດວຽກຮ່ວມກັນຢ່າງມີປະສິດທິຜົນ.

ໃນການມອບ-ຮັບບົດບາດເປັນປະທານອາຊຽນຄັ້ງນີ້, ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ການເປັນປະທານຂອງປະເທດ ບຣູໄນ ຊຶ່ງຈະນຳພາ ອາຊຽນກ້າວສູ່ ເປັນປະຊາຄົມ ອາຊຽນ ທີ່ມີວິໄສທັດທີ່ເລິກເຊິ່ງກ້ວາງຂວາງ ເປັນເຈົ້າການໃນການປັບຕົວທີ່ເໝາະສົມ, ບຸລະນະປົວແປງຢ່າງຮອບດ້ານ ແລະ ພັດທະນາຢ່າງໝັ້ນທ່ຽງ.