ອິນເດຍ-ອາຊຽນ ເລັ່ງເພີ່ມທະວີ ການຮ່ວມມືທາງທະເລ-ການຄ້າ

ກອງປະຊຸມສຸດຍອດຜູ້ນຳ ອິນເດຍ-ອາຊຽນ ວາລະພິເສດໃນໂອກາດຄົບຮອບການພົວພັນ 25 ປີ ເຫັນພ້ອມສົ່ງເສີມການຮ່ວມມືດ້ານຄວາມໝັ້ນຄົງທາງທະເລ ແລະ ນະໂຍບາຍທາງການຄ້າ.
PM Narendra Modi interacted with ASEAN Leadaers and ASEAN Secretary General during a retreat meeting. Leaders shared views on issues of common interests. #ASEANIndia pic.twitter.com/9MILjkxe2f
— ANI (@ANI) January 25, 2018
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງນິວເດນລີ ປະເທດອິນເດຍ ໃນວັນທີ 26 ມັງກອນວ່າ: ກະຊວງການຕ່າງປະເທດອິນເດຍອອກຖະແຫລງການໃນວັນທີ 25 ມັງກອນ ກ່ຽວກັບຜົນການຫາລືຂອງກອງປະຊຸມສຸດຍອດຜູ້ນຳ ອາຊຽນ-ອິນເດຍ ສະໄໝພິເສດ ເນື່ອງໃນວາລະຄົບຮອບ 25 ປີ ການສະຖາປະນາການພົວພັນທາງການທູດລະຫວ່າງ ອາຊຽນ ກັບ ອິນເດຍ ວ່າ: ນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ແລະ ຜູ້ນຳຂອງ 10 ປະເທດສະມາຊິກສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ເຫັນພ້ອມໃນຫລັກການວ່າດ້ວຍການຂະຫຍາຍຂອບການຮ່ວມມືດ້ານຄວາມໝັ້ນຄົງທາງທະເລ ເພື່ອແກ້ໄຂຄວາມທ້າທາຍ.
ຂະນະດຽວກັນ, ທ່ານ ໂມດີ ຍັງສະເໜີແນວຄິດການສ້າງຕັ້ງ ກອງທັບເຮືອຍິງ ອິນເດຍ-ອາຊຽນ ເພື່ອປະຕິບັດພາລະກິດຂີ່ເຮືອອ້ອມໂລກຮ່ວມກັນ ເຊັ່ນກອງທັບເຮືອຍິງອິນເດຍເລີ່ມປະຕິບັດການໃນເດືອນກັນຍາປີຜ່ານມາ. ນອກຈາກນີ້ ນາຍົກລັດຖະມົນຕີອິນເດຍ ຍັງປະກາດຍົກລະດັບການຮ່ວມມືທາງການຄ້າ ແລະ ການລົງທຶນລະຫວ່າງອິນເດຍກັບອາຊຽນຕາມຂອບນະໂຍບາຍປະຕິບັດການຕາເວັນອອກ. ປັດຈຸບັນ ມູນຄ່າການຄ້າລະຫວ່າງອິນເດຍກັບອາຊຽນໜ້ອຍກວ່າມູນຄ່າການຄ້າລະຫວ່າງຈີນກັບອາຊຽນເຖິງ 6 ເທົ່າ ເຊິ່ງຢູ່ທີ່ 470 ລ້ານໂດລາສະຫະລັດ ໃນປີຜ່ານມາ.

