ເຟສບຸກ ກຽມຈັດອັນດັບ ສຳນັກຂ່າວທີ່ໜ້າເຊື່ອຖື

ທ່ານ ມາຣກ ຊັດເຄີເບິກ ປະກາດວ່າ: ເຟສບຸກກຽມສ້າງການໂຫລດໃຫ້ຜູ້ໃຊ້ທົ່ວໂລກຮ່ວມກັນສະແດງຄວາມຄິດເຫັນກ່ຽວກັບ “ຄວາມໜ້າເຊື່ອຖື” ແລະ “ຄຸນນະພາບ” ຂອງສຳນັກຂ່າວໃນປະເທດຕົນເອງ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ປະເທດສະຫະລັດອາເມລິກາ ໃນວັນທີ 19 ມັງກອນວ່າ: ທ່ານ ຊັດເຄີເບິກ ຜູ້ຮ່ວມສ້າງຕັ້ງ ແລະ ປະທານຄະນະເຈົ້າໜ້າທີ່ບໍລິຫານ (CEO) ຂອງເຟສບຸກ ປະກາດຜ່ານເພຈຢ່າງເປັນທາງການຂອງຕົນເອງ ໃນວັນທີ 19 ມັງກອນ ມີເນື້ອໃນສຳຄັນວ່າ: ທ່າມກາງໂລກທີ່ເຕັມໄປດ້ວຍ “ການໃຊ້ຄວາມຮູ້ສຶກຫລາຍກວ່າເຫດຜົນ” ເຊິ່ງລວມທັງການສະເໜີຂ່າວທີ່ເນັ້ນການໃຊ້ຄຳເວົ້າຮຸນແຮງເກີນໄປ, ການໃຫ້ຂໍ້ມູນຂ່າວສານທີ່ຜິດພາດ ແລະ ການແບ່ງພັກແບ່ງພວກ, ເຟສບຸກຈຶ່ງຕັດສິນໃຈກຽມຈັດອັນດັບສຳນັກຂ່າວທີ່ “ໜ້າເຊື່ອຖື”, ນຳສະເໜີສາລະປະໂຫຍດ” ແລະ “ສາມາດເຊື່ອມໂຍງ ແລະ ເຂົ້າເຖິງທ້ອງຖິ່ນ” ຂອງຜູ້ໃຊ້ທີ່ມີສະຖິຕິລາຍເດືອນສູງເຖິງ 2.000 ລ້ານຄົນທົ່ວໂລກ.

ທັງນີ້, ທ່ານ ຊັດເຄີເບິກ ກ່າວວ່າ: ການໃຫ້ຜູ້ໃຊ້ເຟສບຸກໃນແຕ່ລະປະເທດຕັດສິນໃຈ “ຄຸນນະພາບ” ທີ່ມີຕໍ່ສຳນັກຂ່າວໃນທ້ອງຖິ່ນຂອງຕົນເອງ ຈະມີຄວາມທ່ຽງທຳ ແລະ ຊ່ວຍໃຫ້ເຟສບຸກຕີລາຄາສະຖານະການ ລວມທັງວິເຄາະຄວາມຕ້ອງການຮັບສື່ຂອງຜູ້ໃຊ້ໃນປະເທດນັ້ນໄດ້ຢ່າງລະອຽດ ແລະ ມີປະສິດທິພາບ ຫລາຍກວ່າການເຂົ້າໄປຈັດອັນດັບເອງ ທັງທີ່ໃນຄວາມເປັນຈິງ ເຟສບຸກຈະເຮັດແບບນີ້ເອງກໍໄດ້. ທ່ານ ຊັດເຄີເບິກ ສະແດງຄວາມເຊື່ອໝັ້ນວ່າ: ການສຳຫລວດຄວາມຄິດເຫັນເພື່ອການຈັດອັນດັບໃນຄັ້ງນີ້ຈະເປັນ “ການຄັດກອງ” ສຳນັກຂ່າວທີ່ “ໜ້າເຊື່ອຖືຢ່າງແທ້ຈິງ” ອອກຈາກສຳນັກຂ່າວເຊິ່ງ “ເປັນທີ່ນິຍົມ” ພຽງຢ່າງດຽວ ໂດຍການຈັດອັນດັບຈະ “ມີຜົນ” ຕໍ່ການໂພສລິງຂ່າວຂອງສຳນັກຂ່າວແຫ່ງນັ້ນ ແລະ ການແຊລິງຂ່າວໂດຍຜູ້ໃຊ້ໄປທາມໄລຂອງຕົນເອງ.