ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 20 ຕຸລາ 2020

- ກະຊວງຍຸຕິທຳຂອງອາເມລິກາ ໄດ້ຍື່ນຟ້ອງໃນຄະດີທີ່ຜູ້ຄົນກຳລັງໃຫ້ຄວາມສົນໃຈເປັນຈຳນວນຫລາຍວ່າ: Alphabet ເຊິ່ງເປັນບໍລິສັດແມ່ Google ມີການປັບປຸງ ແລະ ໃຊ້ອຳນາດໃນທາງທີ່ຜິດ ເພື່ອຜູກຂາດລະບົບການ Search ແບບອອນລາຍເຖິງ 90%.
ຖືເປັນຄະດີຕໍ່ຕ້ານການຜູກຂາດຄັ້ງໃຫຍ່ຄັ້ງທຳອິດຂອງອຸດສາຫະກຳເຕັກໂນໂລຊີ ນັບແຕ່ DoJ ໄດ້ຍື່ນຟ້ອງ Microsoft ໃນປີ 1998. ຂະນະທີ່ ປະທານາທິບໍດີ ໂດນັລ ທຣຳ ກຳລັງວິພາກວິຈານກຸ່ມບໍລິສັດເຕັກໂນໂລຊີຊັ້ນນຳຕ່າງໆ ກ່ຽວກັບອໍານາດອັນຫລວງຫລາຍຂອງພວກເຂົາ, ພ້ອມກັບອ້າງວ່າ: ບໍລິສັດເຫລົ່ານີ້ມີຄວາມພະຍາຍາມຈະຢັບຢັ້ງການເຜີຍແຜ່ປະກາດ ຫລື ຂໍ້ຄວາມໃດໆຂອງຝ່າຍອະນຸລັກນິຍົມ.
- Michel Barnier ຫົວໜ້າຜູ້ເຈລະຈາ Brexit ຂອງສະຫະພາບເອີຣົບ ແລະ David Frost ຫົວໜ້າຜູ້ເຈລະຈາຈາກອັງກິດ ກຳລັງປະຊຸມກັນເປັນມື້ທີ 2 ເພື່ອພະຍາຍາມເລີ່ມການເຈລະຈາໃໝ່ອີກ ຫລັງຈາກພົ້ນເສັ້ນຕາຍທີ່ Boris Johnson ກຳນົດໄວ້ໃນວັນທີ 15 ຕຸລາ 2020.
ຄວາມພະຍາຍາມຫລ້າສຸດໃນການບັນລຸຂໍ້ຕົກລົງກ່ຽວກັບການພົວພັນໃນອະນາຄົດຂອງອັງກິດ ແລະ EU ເກີດຂຶ້ນໃນວັນທີ 16 ຕຸລາຜ່ານມາ ຫລັງຈາກ Boris Johnson ໄດ້ໂຈະການເຈລະຈາ ແລະ ກ່າວວ່າ: ການບັນລຸຂໍ້ຕົກລົງທາງການຄ້າບໍ່ອາດເປັນໄປໄດ້.
- ວັນທີ 23 ຕຸລານີ້, Mike Pompeo ລັດຖະມົນຕີຕ່າງປະເທດຂອງອາເມລິກາ ຈະເປັນເຈົ້າພາບໃນການເຈລະຈາກັບ Armenia ແລະ Azerbaijan ໃນວໍຊິງຕັນ.
ການເຈລະຈາດັ່ງກ່າວມີຈຸດໝາຍເພື່ອຢຸດສົງຄາມທີ່ທະວີຄວາມຮຸນແຮງຂຶ້ນຂອງທັງ 2 ປະເທດໃນພື້ນທີ່ Nagorno-Karabakh ເຊິ່ງສ່ວນຫລາຍເປັນບ່ອນຢູ່ຂອງກຸ່ມຊາດພັນ Armenia ແຕ່ໄດ້ຮັບການຍອມຮັບໃນລະດັບສາກົນວ່າເປັນສ່ວນໜຶ່ງຂອງປະເທດ Azerbaijan.
ຍັງບໍ່ແນ່ນອນວ່າທັງ 2 ຝ່າຍຈະພົບ Mike Pompeo ພ້ອມກັນ ຫລື ແຍກກັນຄົນລະເວລາ.
- ທ່ານ ທຣຳ ກ່າວວ່າ: ທ່ານຈະລົບປະເທດຊູດານອອກຈາກລາຍຊື່ຜູ້ສະໜັບສະໜູນການກໍ່ການຮ້າຍຂອງອາເມລິກາ ຖ້າຍອມຈ່າຍເງິນ 335 ລ້ານໂດລາ ເພື່ອຊົດເຊີຍໃຫ້ເຫຍື່ອຊາວອາເມລິກາຈາກເຫດລະເບີດສະຖານທູດ 2 ແຫ່ງ ໂດຍກຸ່ມອັລກໍອິດະເມື່ອປີ 1998. ຂະນະທີ່ ນາຍົກລັດຖະມົນຕີຂອງຊູດານອອກມາຕອບໂຕ້ວ່າ: ພວກເຂົາໄດ້ທຳການຊຳລະເງິນໄປແລ້ວ.
ສ່ວນຊາວເຄນຢາ ແລະ ແທນຊາເນຍ ທີ່ຕົກເປັນເຫຍື່ອຂອງການວາງລະເບີດຄາດວ່າຈະໄດ້ຮັບເງິນເຫລົ່ານີ້ໜ້ອຍກວ່າເຫຍື່ອຊາວອາເມລິກາ.
- ບໍລິສັດ UBS ເຊິ່ງເປັນທະນາຄານໃນສະວິດເຊີແລນ ລາຍງານຜົນກຳໄລ 2,1 ພັນລ້ານໂດລາ ໃນໄຕມາດທີ 3 ຂອງປີ ເຊິ່ງຫລາຍກວ່າປີກ່ອນໜ້າເກືອບ 2 ເທົ່າ.
ລາຍໄດ້ຈາກການຊື້ຂາຍທີ່ແຂງແຮງໄດ້ຮັບແຮງສະໜັບສະໜູນຈາກຕະຫລາດຫຸ້ນທີ່ເພີ່ມສູງຂຶ້ນ ແລະ ການສູນເສຍສິນເຊື່ອທີ່ຕໍ່າກວ່າທີ່ຄາດໄວ້ ເຊິ່ງຊ່ວຍໃຫ້ຜົນປະກອບການຂອງທະນາຄານດີຂຶ້ນ.
ປັດຈຸບັນ ບໍລິສັດມີແຜນຈະຈ່າຍປັນຜົນ 2,5 ພັນລ້ານໂດລາ ໃຫ້ຜູ້ຖືຫຸ້ນໃນປີ 2021.
- ConocoPhillips ບໍລິສັດນ້ຳມັນລາຍໃຫຍ່ຂອງອາເມລິກາ ຈະຊື້ກິດຈະການຂອງ Concho Resources ເຊິ່ງເປັນຜູ້ຜະລິດນ້ຳມັນຫິນດິນດານ (Shale Oil) ໃນລາຄາ 9,7 ພັນລ້ານໂດລາ.
ຂໍ້ຕົກລົງດັ່ງກ່າວຈະເຮັດໃຫ້ ConocoPhillips ກາຍເປັນໜຶ່ງໃນຜູ້ຜະລິດລາຍໃຫຍ່ທີ່ສຸດໃນ Permian Basin ເຊິ່ງເປັນບໍ່ນ້ຳມັນຫລັກຂອງອາເມລິກາທີ່ຍາວຈາກລັດ Texas ຝັ່ງຕາເວັນຕົກໄປຫາລັດ New Mexico ແລະ ມີກຳລັງການຜະລິດນ້ຳມັນເຖິງ 1,5 ລ້ານບາເຣລ/ວັນ.
ກ່ອນໜ້ານີ້ Concho ຕ້ອງປະສົບຄວາມສູນເສຍຄັ້ງໃຫຍ່ ເນື່ອງຈາກລາຄານ້ຳມັນທີ່ຫລຸດລົງ.
- ກະຊວງປ້ອງກັນປະເທດຂອງອິນເດຍ ກ່າວວ່າ: ອົດສະຕຣາລີຈະເຂົ້າຮ່ວມກັບອິນເດຍ, ຍີ່ປຸ່ນ ແລະ ອາເມລິກາ ໃນການຝຶກແອບຂອງກອງທັບເຮືອ.
ອົດສະຕຣາລີນັ້ນບໍ່ໄດ້ເຂົ້າຮ່ວມການຝຶກແອບດັ່ງກ່າວມາແຕ່ປີ 2007. ຂະນະທີ່ການຝຶກຄັ້ງຕໍ່ໄປມີກຳນົດຈັດຂຶ້ນຢູ່ອ່າວ Bengal ໃນເດືອນພະຈິກນີ້ ໂດຍອາເມລິກາກຳລັງຮຽກຮ້ອງໃຫ້ມີການເຮັດວຽກຮ່ວມກັນລະຫວ່າງ 4 ປະເທດນີ້ ເພື່ອປ້ອງກັນອິດທິພົນຂອງຈີນໃນພາກພື້ນ.

