ຜູ້ຊ່ຽວຊານຢືນຢັນ ພະຍາດປອດອັກເສບປິດສະໜາໃນອາເຈນຕິນາ ເກີດຈາກເຊື້ອ Legionella ບໍ່ແມ່ນໄວຣັສສາຍພັນໃໝ່ແຕ່ຢ່າງໃດ

ວັນທີ 3 ກັນຍາ 2022, ອາເຈນຕິນາເປີດເຜີຍວ່າ: ພະຍາດປອດອັກເສບປິດສະໜາທີ່ສົ່ງຜົນໃຫ້ມີຜູ້ປ່ວຍໃນປະເທດແລ້ວ 11 ຄົນ ແລະ ເສຍຊີວິດ 4 ຄົນນັ້ນ ມີສາເຫດມາຈາກເຊື້ອແບກທີເຣຍຊະນິດໜຶ່ງທີ່ມີຊື່ວ່າ: Legionella ເຊິ່ງບໍ່ແມ່ນໄວຣັສສາຍພັນໃໝ່ແຕ່ຢ່າງໃດ.

ເວັບໄຊຂອງອົງການອະນາໄມທະວີບອາເມລິກາ (Pan American Health Organization: PAHO) ໃນເຄືອຂອງອົງການອະນາໄມໂລກ (WHO) ເປີດເຜີຍວ່າ: ກະຊວງສາທາລະນະສຸກຂອງອາເຈນຕິນາໄດ້ສົ່ງລາຍງານຢືນຢັນຕໍ່ PAHO ວ່າ: ກໍລະນີຜູ້ປ່ວຍພະຍາດປອດອັກເສບດັ່ງກ່າວເກີດຈາກການຕິດເຊື້ອ Legionella ເຊິ່ງເຊື່ອມໂຍງກັບຄລີນິກແຫ່ງໜຶ່ງໃນເມືອງຕູກູມັນ.

ໂດຍປັດຈຸບັນກະຊວງສາທາລະນະສຸກຂອງອາເຈນຕິນາ ພ້ອມໜ່ວຍງານສາທາລະນະສຸກຂອງເມືອງ ຢູ່ລະຫວ່າງການກວດສອບເພື່ອລະບຸແຫລ່ງທີ່ມາຂອງເຊື້ອດັ່ງກ່າວ ແລະ ດຳເນີນມາດຕະການຄວບຄຸມພະຍາດທີ່ເໝາະສົມ ໂດຍເຈົ້າໜ້າທີ່ກຳລັງຮວບຮວມຕົວຢ່າງດ້ານສິ່ງແວດລ້ອມ ປະເມີນຄວາມສ່ຽງ ແລະ ເຂົ້າແກ້ໄຂຄລີນິກ Luz Médica ເຊິ່ງຄາດວ່າເປັນຕົ້ນຕໍຂອງພະຍາດລະບາດແລ້ວ.

ທັງນີ້, ມະນຸດສາມາດຕິດເຊື້ອແບກທີເຣຍ Legionella ໄດ້ຜ່ານການສູດຫາຍໃຈເອົາເຊື້ອພະຍາດເຊິ່ງແຝງຢູ່ໃນຝອຍລະອອງນ້ຳເຂົ້າໄປໃນຮ່າງກາຍ ຫລື ອາດເກີດຈາກການດື່ມ ແລະ ສະໝັກນ້ຳທີ່ປົນເປື້ອນແບກທີເຣຍດັ່ງກ່າວ ໂດຍເຊື້ອພະຍາດຊິດນີ້ເຕີບໃຫຍ່ໄດ້ດີໃນສິ່ງແວດລ້ອມທີ່ມີຄວາມຊຸ່ມສູງ ແລະ ໃນນ້ຳທີ່ມີອຸນຫະພູມ 20-50 ອົງສາ ໂດຍຜູ້ປ່ວຍມັກມີອາການອ່ອນເພຍ, ປວດກ້າມຊີ້ນ, ມີໄຂ້ສູງ, ໄອ, ຖອກທ້ອງ ແລະ ເມື່ອເອັກຊະເຣມັກຈະພົບວ່າປອດມີການອັກເສບຂຶ້ນເປັນຈຸດຂາວ.

ອ້າງອີງ: