ຈຳນວນນັກທ່ອງທ່ຽວທົ່ວໂລກ ເພີ່ມຂຶ້ນ 7% ໃນປີຜ່ານມາ

ອົງການການທ່ອງທ່ຽວທົ່ວໂລກແຫ່ງສະຫະປະຊາຊາດ ຫລື UNWTO ເປີດເຜີຍໃນວັນທີ 16 ມັງກອນວ່າ: ຈຳນວນນັກທ່ອງທ່ຽວທົ່ວໂລກປັບຕົວເພີ່ມຂຶ້ນ 7% ເຊິ່ງຖືວ່າເປັນການຂະຫຍາຍຕົວຫລາຍທີ່ສຸດໃນຮອບ 7 ປີ.
UNWTO ກ່າວວ່າ: ຈຳນວນນັກທ່ອງທ່ຽວທີ່ເພີ່ມຂຶ້ນໃນປີຜ່ານມາ ນັກທ່ອງທ່ຽວທີ່ໄປທ່ອງທ່ຽວເອີຣົບມີຈຳນວນຫລາຍທີ່ສຸດ ໂດຍທະເລ ແລະ ແສງແດດຂອງທະເລເມດິເຕລາເນ ເປັນແມ່ເຫລັກສຳຄັນ. UNWTO ກ່າວອີກວ່າ: ການທີ່ນັກທ່ອງທ່ຽວທົ່ວໂລກເພີ່ມສູງຂຶ້ນນີ້ ປັດໄຈສຳຄັນມາຈາກການທີ່ເສດຖະກິດຂອງຫລາຍປະເທດໃນໂລກຟື້ນຕົວ. ທ່ານ ຊູຣັບ ໂປໂລລິຄາວິລີ ຜູ້ອຳນວຍການ UNWTO ກ່າວວ່າ: UNWTO ຄາດໝາຍວ່າ: ສະເປນ ຈະແຊງໜ້າອາເມລິກາຂຶ້ນມາຢູ່ຕຳແໜ່ງປະເທດທີ່ມີຜູ້ທີ່ເດີນທາງໄປທ່ອງທ່ຽວຫລາຍທີ່ສຸດໃນໂລກເປັນອັນດັບ 2 ໂດຍຄາດໝາຍວ່າ: ໃນປີຜ່ານມາ ສະເປນມີນັກທ່ອງທ່ຽວໄປທ່ອງທ່ຽວປະມານ 82 ລ້ານຄົນ ໂດຍອັນດັບ 1 ຍັງເປັນປະເທດຝຣັ່ງຄືເກົ່າ. ເຖິງຢ່າງໃດກໍຕາມ, ທ່ານ ໂປໂລລິຄາວິລີ ກ່າວວ່າ: ຕົວເລກທີ່ແນ່ນອນຂອງຈຳນວນນັກທ່ອງທ່ຽວຈະມີການເຜີຍແຜ່ຫລັງເດືອນມີນານີ້.

