ຫ້ອງວ່າການປົກຄອງແຂວງຊຽງຂວາງຊ່ວຍເຫລືອບ້ານສັນຫລວງ

ເມື່ອບໍ່ດົນມານີ້, ຮອງຫົວ ໜ້າຫ້ອງ ວ່າການປົກຄອງ ແຂວງຊຽງຂວາງ ໄດ້ລົງຢ້ຽມ ຢາມ ແລະ ມອບເຄື່ອງ ຊ່ວຍ ເຫລືອປະຊາຊົນບ້ານສັນຫລວງ ເມືອງຄູນ ເຊິ່ງປະກອບມີ ເຄື່ອງ ນຸ່ງຫົ່ມຈຳນວນ 2 ເປົາ ໃຫຍ່, ສັງກະສີ 60 ແຜ່ນ, ຊີມັງ 1 ໂຕນ ແລະ ເຫລັກຕະປູ 11 ກິໂລ ເພື່ອປະກອບສ່ວນສ້າງຫ້ອງ ການປົກຄອງບ້ານດັ່ງກ່າວ ໃຫ້ສຳເລັດໃນເດືອນມັງກອນ ນີ້.ເພື່ອສ້າງຄວາມເຂັ້ມແຂງ ໃຫ້ບ້ານດັ່ງກ່າວສາມາດກຸ້ມ ຕົນເອງ ແລະ ມີຄວາມເຂັ້ມ ແຂງໃນການເຮັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີຄວາມສາມັກຄີ ພາຍໃນໜັກແໜ້ນ, ມີສະຕິລະ ວັງຕົວຕໍ່ກົນອຸບາຍຂອງກຸ່ມ ຄົນບໍ່ຫວັງດີ, ຂະຫຍາຍພື້ນທີ່ ປູກຫຍ້າ, ປູກຝັງ-ລ້ຽງສັດໃຫ້ ກາຍເປັນສິນຄ້າ, ຮັກສາຮີດ ຄອງປະເພນີອັນດີງາມ ແລະ ພ້ອມກັນພັດທະນາສ້າງສາ ບ້ານໃຫ້ຈະເລີນຂຶ້ນເລື້ອຍໆ.

 

+ ມອບເຄື່ອງຊ່ວຍເຫລືອໃຫ້ແກ່ປະຊາຊົນເມືອງບົວລະພາຜູ້ໄດ້ຮັບຜົນກະທົບຈາກໄພທຳມະຊາດ

+ ຄະນະນຳກະຊວງແຮງງານມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແຂວງ ຊຽງຂວາງ ແລະ ຫົວພັນ