ໂຈະການສະໜອງສິນເຊື່ອ ທີ່ຕິດພັນກັບການຂຸດຄົ້ນເງິນຄຣິບໂຕ ຫຼື ຊັບສິນດິຈິຕອລ

ວັນທີ 26 ມັງກອນ 2023 ນີ້ ກົມຄຸ້ມຄອງທະນາຄານທຸລະກິດ ທະນາຄານແຫ່ງ ສປປ ລາວ ອອກແຈ້ງການເລກທີ 42/ກຄທ ເລື່ອງ: ໂຈະການສະໜອງສິນເຊື່ອ ທີ່ຕິດພັນກັບການຂຸດຄົ້ນເງິນຄຣິບໂຕ ຫຼື ຊັບສິນດິຈິຕອລ ລາຍລະອຽດວ່າ:  ອີງຕາມກົດໝາຍ ວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ) ສະບັບເລກທີ 56/ສພຊ, ລົງວັນທີ 07 ທັນວາ 2018; ອີງຕາມຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຄຸ້ມຄອງທະນາຄານທຸລະກິດ ສະບັບ ເລກທີ 955/ທຫລ, ລົງວັນທີ 07 ພະຈິກ 2013.

ເພື່ອຫຼຸດຜ່ອນຄວາມສ່ຽງດ້ານສິນເຊື່ອ ແນໃສ່ຮັກສາຄວາມໝັ້ນຄົງຂອງທະນາຄານທຸລະກິດ ທັງເປັນການ ສົ່ງເສີມການສະໜອງສິນເຊື່ອໃຫ້ແກ່ຂະແຫນງການຜະລິດຕົວຈິງ ທີ່ເປັນພື້ນຖານເສດຖະກິດຂອງ ສປປ ລາວ, ກົມຄຸ້ມຄອງທະນາຄານທຸລະກິດ, ທະນາຄານແຫ່ງ ສປປ ລາວ ແຈ້ງໃຫ້ບັນດາທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະ ກິດຕ່າງປະເທດ ທົ່ວລະບົບ ປະຕິບັດດັ່ງນີ້:

  1. ໃຫ້ໂຈະການພິຈາລະນາອະນຸມັດສິນເຊື່ອ ເພື່ອຈຸດປະສົງໃນການຂຸດຄົ້ນ ແລະ ກິດຈະການກ່ຽວຂ້ອງກັບເງິນຄຣິບໂຕ ຫຼື ຊັບສິນດີຈິຕອລທີ່ຄ້າຍຄືກັນ ພ້ອມທັງໃຫ້ໂຈະສະໜອງສິນເຊື່ອດັ່ງກ່າວ ຕໍ່ທຸກກໍລະນີທີ່ຍັງບໍ່ທັນ ໄດ້ເຊັນສັນຍາເງິນກູ້ກ່ອນວັນທີອອກແຈ້ງການສະບັບນີ້;
  2. ສໍາລັບກໍລະນີທີ່ໄດ້ເຊັນສັນຍາເງິນກູ້ແລ້ວ ກ່ອນວັນທີຂອງແຈ້ງການສະບັບນີ້ມີຜົນສັກສິດ ແມ່ນໃຫ້ທົບທວນຄືນ ປະສິດທິຜົນຂອງສິນເຊື່ອດັ່ງກ່າວໃນແຕ່ລະເດືອນໂດຍລະອຽດ ພ້ອມທັງປະເມີນຄືນມູນຄ່າຫຼັກຊັບຄໍ້າປະກັນທີ່ກ່ຽວຂ້ອງ ໃຫ້ສອດຄ່ອງກັບມູນຄ່າຕະຫຼາດ ຕາມລະບຽບການວ່າດ້ວຍການປະເມີນຫຼັກຊັບຄໍ້າ ປະກັນ ທີ່ທະນາຄານແຫ່ງ ສປປ ລາວ ວາງອອກ;
  3. ໃຫ້ມີລະບຽບ ຫຼື ຄູ່ມືພາຍໃນທີ່ກໍານົດລະອຽດ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ 1 ຫາ 2 ຂ້າງເທິງ ແນໃສ່ ຮັບປະກັນການປະຕິບັດເປັນເອກະພາບ, ສອດຄ່ອງ ແລະ ມີປະສິດທິຜົນ;
  4. ໃຫ້ລາຍງານສິນເຊື່ອທີ່ໄດ້ຖືກອະນຸມັດ ແລະ ເຊັນສັນຍາເງິນກູ້ທັງໝົດ ໃນຂໍ້ 2 ຂ້າງເທິງ ຕາມແບບພິມລາຍ ງານທີ່ຄັດຕິດມາພ້ອມນີ້ ມາຍັງ ກຄທ ພາຍໃນສິບວັນ ນັບແຕ່ວັນທີ ທີ່ແຈ້ງສະບັບນີ້ມີຜົນສັກສິດ ຜ່ານທາງອີ ເມວ: banksupervision_legal@bol.gov.la;
  5. ໃນກໍລະນີລະເມີດແຈ້ງການສະບັບນີ້, ທະນາຄານທຸລະກິດ, ຜູ້ບໍລິຫານ ແລະ ພະນັກງານທີ່ກ່ຽວຂ້ອງ ຈະຖືກປະຕິບັດມາດຕະການ ຕາມລະບຽບກົດໝາຍ;
  1. ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.