ຊຳບີຈະສັກວັກແຊງໃຫ້ 1 ລ້ານຄົນ ປ້ອງກັນພະຍາດອະຫິວາລະບາດ

ລັດຖະບານຊຳບີກຽມສັກວັກແຊງໃຫ້ປະຊາຊົນ 1 ລ້ານຄົນ ໃນເຂດນະຄອນຫລວງລູຊາກາ, ຂະນະທີ່ພະຍາດອະຫິວາກຳລັງລະບາດໜັກ.
ສຳນັກຂ່າວເອພີລາຍງານຈາກນະຄອນຫລວງລູຊາກາ ປະເທດຊຳບີ ໃນວັນທີ 11 ມັງກອນວ່າ: ອົງການອະນາໄມໂລກ (WHO) ເປີດເຜີຍວ່າ: ວັກແຊງປ້ອງກັນພະຍາດອະຫິວາຖືກສົ່ງມອບໃຫ້ຊຳບີ ປະເທດທາງຕອນໃຕ້ຂອງອາຟຣິກາແລ້ວ. ຂະນະທີ່ໂຄສົກກະຊວງສາທາລະນະສຸກຊຳບີເປີດເຜີຍວ່າ: ມີຜູ້ເສຍຊີວິດ 58 ຄົນ ຈາກທັງໝົດ 63 ຄົນທົ່ວປະເທດ ຈາກການລະບາດຂອງພະຍາດອະຫິວາ ທີ່ເລີ່ມແຕ່ຕົ້ນເດືອນຕຸລາ ຢູ່ນະຄອນຫລວງລູຊາກາ ແລະ ຜູ້ຕິດເຊື້ອ 2.558 ຄົນ ຈາກທັງໝົດ 2.672 ຄົນທົ່ວປະເທດ ຢູ່ໃນເຂດເມືອງຫລວງເຊັ່ນກັນ.
ອະຫິວາຄືການຖອກທ້ອງຢ່າງຮຸນແຮງ ແລະ ຕິດເຊື້ອແບັກທີເຣຍ ສາເຫດຈາກການຍ່ອຍອາຫານ ແລະ ນ້ຳປົນເປື້ອນເຊື້ອພະຍາດ, ພຽງບໍ່ເທົ່າໃດຊົ່ວໂມງຫລັງການຕິດເຊື້ອ ຜູ້ປ່ວຍຈະມີອາການຮາກ ແລະ ຖອກທ້ອງ ເຮັດໃຫ້ເກີດສະພາບຮ່າງກາຍສູນເສຍນ້ຳຢ່າງຮຸນແຮງ ແລະ ອາດເສຍຊີວິດໄດ້ ຖ້າບໍ່ໄດ້ຮັບການປິ່ນປົວໂດຍໄວ.

