ໄຂເປືອກຕາເບິ່ງກົດໝາຍບ້ານເພິ່ນ

ມື້ນີ້ພວກເຮົາພາກັນສົ່ງສາຍຕາໄປກວ້າງໆໄກໆເພື່ອເບິ່ງບັນຫາຮ່າງກົດບັດກຳນົດຍົກເວັ້ນພາສີລາຍໄດ້ສຳລັບພະນັກງານຂັ້ນສູງໃນຟິລິບປິນ ແລະ ກົດໝາຍເຮັດໝັນຜູ້ມີຄວາມຜິດໃນຄະດີພະຍາຍາມຂົມຂືນຢູ່ ສ. ເກົາຫລີຂໍເລີ່ມຕົ້ນກັບເລື່ອງຮ່າງກົດບັດທີ່ສ້າງສຽງຮືຮາຟ້າລັ່ນ, ສຽງວິພາກວິຈານຢູ່ຟິລິບປິນໃນປັດຈຸບັນນັ້ນກໍຄືຮ່າງກົດບັດວ່າ ດ້ວຍການຍົກເວັ້ນພາສີລາຍໄດ້ສຳລັບພະນັກງານຂັ້ນສູງຂອງລັດ (Vientiane Times 11/01/2018) ເຊິ່ງ ໜັງສືພິມ Daily Inquirer ຂອງຟີລິບປິນບອກວ່າຖ້າຮ່າງກົດບັດນີ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວ, ພະນັກງານລັດລະດັບ “ເຕີບໆ” ກໍຈະບໍ່ມີພັນທະເສຍພາສີລາຍໄດ້ຂອງພວກຕົນອີກຕໍ່ໄປ. ຜູ້ທີ່ອອກມາຕ້ານຮ່າງກົດໝາຍນີ້ແບບຫົວຄາດຄານັ້ນໄດ້ແກ່ ທ່ານ ເນຣີໂກນ ເມນາເຣັດ (Neri Colmenares) ຈາກພັກບາຢັນມູນາຂອງ ຟີລິບປິນ ໂດຍທ່ານ ໄດ້ເຕືອນວ່າ ຖ້າຮ່າງກົດບັດນີ້ຖືກຮັບຮອງເອົາມັນກໍຈະເຮັດໃຫ້ລັດຖະທຳມະນູນເປັນເຄື່ອງມືຮັບໃຊ້ສ່ວນບຸກຄົນເທົ່ານັ້ນ. ໝວດທີ 15 ມາດຕາ 17 ຂອງມະຕິສະພາຕ່ຳ ແລະ ສະພາສູງເລກທີ 8 ໄດ້ກຳນົດວ່າ ປະທານາທິບໍດີ ພ້ອມດ້ວຍຜູ້ຮອງ,ປະທານສະພາສູງ, ສະພາຕ່ຳ, ບັນດາສະມາຊິກລັດຖະສະພາ, ປະທານສານ, ບັນດາປະທານໃນຄະນະກຳມະການລັດຖະທຳມະນູນລ້ວນແຕ່ຈະໄດ້ຮັບການຍົກເວັ້ນການເສຍພາສີລາຍໄດ້. ທ່ານ ຜູ້ແທນ ເນຣີໂກນເມ ນາເຣັດ ໄດ້ມີຄຳເຫັນຕື່ມວ່າ ເມື່ອເປັນແນວນີ້ກໍສາມາດເວົ້າໄດ້ວ່າຮ່າງກົດບັດຍົກເວັ້ນພາສີລາຍໄດ້ສຳລັບພະນັກງານລັດຂັ້ນສູງສ້າງຂຶ້ນເພື່ອຜົນປະໂຫຍດຂອງກຸ່ມກ້ອນເພາະວ່າໃນຂະນະທີ່ປະຊາຊົນສາມັນທຳມະດາທີ່ມີພັນທະເສຍພາສີໄດ້ຕໍ່ສູ້ແບບຍືດເຍື້ອຍາວນານມາເປັນເວລາຫລາຍປີເພື່ອຫລຸດຜ່ອນການເສຍພາສີລາຍໄດ້ຂອງພວກຕົນແຕ່ບັນດາຜູ້ແທນລັດຖະສະພາພັດຈະອອກກົດບັດຍົກເວັ້ນພາສີລາຍໄດ້ໃຫ້ພວກຕົນເອງ, ເປັນຫຍັງພະນັກງານເງິນເດືອນສູງໆ ຈຶ່ງຈະໄດ້ສິດຍົກເວັ້ນພາສີແຕ່ຄົນທຳມະດາພັດຕ້ອງໄດ້ເສຍພາສີ? ນີ້ຄືຄຳຖາມ ຢ້ຳຂອງທ່ານຜູ້ແທນເນເຣັດ ທີ່ບໍ່ເຫັນພ້ອມນຳຮ່າງກົດບັດ ດັ່ງກ່າວ. ມີອີກຂ່າວໜຶ່ງທີ່ຕິດຫ້ອຍກັບຟີລິບປິນນັ້ນກໍຄື ສະຖິຕິອົງການສາກົນທີ່ເຮັດໜ້າທີ່ກຳນົດມາດຕະຖານຂອງປະເທດທີ່ປະຊາຊົນມີຄວາມສຸກທີ່ສຸດໄດ້ກຳນົດວ່າ ຟີລິບປິນເປັນປະເທດລະດັບທີ 3 ຂອງໂລກ ທີ່ພົນລະເມືອງມີຄວາມສຸກທີ່ສຸດປະຈຳປີ 2017 ທັງໆ ທີ່ປະເທດນີ້ປະເຊີນກັບບັນຫາໄພພິບັດທາງທຳມະຊາດ ແລະ ບັນຫາຄວາມຂັດແຍ່ງຕ່າງໆ. ຄະແນນມາດຕະຖານຄວາມສຸກຂອງ ຟີລິບປິນນັ້ນພຸ່ງຂຶ້ນເຖິງ 84 ຈຸດລື່ນຄະແນນ 79 ຈຸດໃນປີ 2016 (ເຊິ່ງຟີລິບປິນໄດ້ຕິດອັນດັບທີ 3 ເຊັ່ນກັນ). ໜຶ່ງໃນປັດໄຈທີ່ຊ່ວຍກຳນົດລະດັບຄວາມສຸກຂອງຊາວ ຟີລິບປິນ ປະຈຳປີ 2017 ນັ້ນກໍຄືການເບິ່ງໂລກໃນແງ່ດີທີ່ລໍຄອຍຢູ່ເບື້ອງໜ້າ. ຄົນຟີລິບປິນມີຄວາມເຊື່ອຢ່າງໜັກແໜ້ນວ່າ ເສດຖະກິດຂອງປະເທດຈະດີຂຶ້ນໃນປີ 2018 ນີ້. ເລື່ອງທີ່ຈະເວົ້າຕໍ່ໄປແມ່ນຖອດມາຈາກໜັງສືພິມ “ຜູ້ແທນປະຊາຊົນ” ຂອງສະພາແຫ່ງຊາດ ກ່ຽວກັບມາດຕະການເດັດໆເພື່ອຜະເດັດເສິກກັບບຸກຄົນບ້າຕັນຫາໜ້າມືດພະຍາຍາມຂົ່ມຂືນຝຶນໃຈຄົນອື່ນ. ເລື່ອງມີຢູ່ວ່າໃນທ້າຍປີ 2017 ລັດຖະສະພາ ສ. ເກົາຫລີ ໄດ້ຕົກລົງເຫັນດີໃຫ້ປັບປຸງກົດໝາຍກຳນົດໂທດຜູ້ກະທຳຜິດໃນຄະດີພະຍາຍາມຂົມຂືນ. ສ. ເກົາຫລີ ມີກົດໝາຍລົງໂທດຜູ້ກະທຳຜິດໃນຄະດີຂົ່ມຂືນທີ່ປະກາດໃຊ້ໃນປີ 2011 ໂດຍກົດ ໝາຍໄດ້ກຳນົດ ໃຫ້ເຮັດໝັນ (ຕອນດ້ວຍເຄມີ) ຜູ້ກະທຳຜິດເພື່ອໃຫ້ຜູ້ກ່ຽວໝົດຄວາມຕ້ອງການທາງເພດ. ການເຮັດໝັນນັ້ນແມ່ນເຮັດດ້ວຍວິທີການກິນຢາ ຫລື ສິດຢາໃຫ້ ເສື່ອມສະມັດຕະພາບທາງເພດ. ແຕ່ສຳລັບກົດໝາຍທີ່ພວມຈະປັບປຸງໃໝ່ນີ້ເຄັ່ງຂັດຮັດກຸມກວ່າເກົ່າຄືກຳນົດເຮັດໝັນຜູ້ມີຄວາມຜິດພຽງແຕ່ມີຄວາມ “ພະຍາຍາມຂົ່ມຂືນ” ກົດໝາຍນີ້ສົ່ງສັນຍານເຕືອນດີທີ່ສຸດຄືມີໂທດຖືກເຮັດໝັນທັງສຳລັບຄະດີຂົ່ມຂືນ ແລະ ພະຍາຍາມຂົ່ມຂືນ.

